ຈັດ​ສົ່ງເຄື່ອງ​ບັນ​ເທົາ​ທຸກ ​ຊ່ວຍ​ປະ​ຊາ​ຊົນ​ແກ​້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໄພ​ນ້ຳ​ຖ້ວມ

(VOVWORLD) - ວັນທີ 25 ຕຸລາ, ກົມໃຫຍ່ສະສົມແຫ່ງລັດ ສົມທົບກັບຄະນະບັນຊາການປ້ອງກັນ, ຕ້ານໄພທຳມະຊາດ ແລະ ກູ້ໄພກູ້ຊີບແຂວງເທື່ອທຽນເຫວ້ ຈັດຕັ້ງພິທີ ມອບ-ຮັບ ແລະ ຈັດສົ່ງເຄື່ອງບັນເທົາທຸກ ໃຫ້ບັນດາທ້ອງຖິ່ນ, ປະຊາຊົນພາຍໃນແຂວງ ຮັບໃຊ້ການຮັມມື ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ. 
ຈັດ​ສົ່ງເຄື່ອງ​ບັນ​ເທົາ​ທຸກ ​ຊ່ວຍ​ປະ​ຊາ​ຊົນ​ແກ​້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໄພ​ນ້ຳ​ຖ້ວມ - ảnh 1ພິທີ ມອບ-ຮັບ ແລະ ຈັດສົ່ງເຄື່ອງບັນເທົາທຸກ ໃຫ້ບັນດາທ້ອງຖິ່ນ, ປະຊາຊົນພາຍໃນແຂວງເທື່ອທຽນເຫວ້ ຮັບໃຊ້ການຮັມມື ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ (ພາບ: TTXVN)

ທີ່ພິທີ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ມອບແຜ່ນກັ້ງປລາດສະຕິກ 250 ແຜ່ນ ແລະ ເຄື່ອງກັນຕ່ອງນ້ຳ ໂດຍອົງການຮ່ວມມືສາກົນ ຍີ່ປຸ່ນ; ເຄື່ອງອຸປະກອນສ້ອມແປງເຮືອນ 500 ຊຸດ ແລະ ເຄື່ອງອຸປະກອນໃນເຮືອນຄົວຈຳນວນ 650 ຊຸດ ໂດຍເປັນການຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄລຍະເກີດໄພທຳມະຊາດ ໃຫ້ແກ່ແຂວງເທື່ອທຽນເຫວ້. ກົມໃຫຍ່ສະສົມແຫ່ງຊາດກໍໄດ້ສະໜອງເຄື່ອງອຸປະກອນຕ່າງໆ ເພື່ອໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມໄດ້ຢ່າງທັນການ ແລະ ສ້າງຊີວິດການເປັນຢູ່ໃຫ້ເປັນປົກກະຕິໂດຍໄວ ແລະ ກຽມພ້ອມຮັບມືກັບໄພທຳມະຊາດທີ່ຈະເກີດຂຶ້ນໃນຄັ້ງຕໍໄປ.

ຕອບກັບ

ຂ່າວ/ບົດ​ອື່ນ