ຈັດຫຼາຍ​ກິດ​ຈະ​ກຳ​ທີ່​ມີ​ຄວາມ​ໝາຍ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ແມ່​ຍິງ​ສາ​ກົນ ຄົບ​ຮອບ 114 ປີ

(VOVWORLD) -  ວັນທີ 28 ກຸມພາ, ສູນກາງສະຫະພັນແມ່ຍິງ ຫວຽດນາມ ໃຫ້ຮູ້ວ່າ ຈະຈັດຫຼາຍກິດຈະກຳທີ່ແທດຈິງ ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ (8/3/1910 – 8/3/2024).

  ຕອນຄ່ຳວັນທີ 29 ກຸມພາ, ຢູ່ຮ່າໂນ້ຍ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດພິທີປຸກລະດົມ “ສັບປະດາຊຸດເສື້ອຍາວ” ປີ 2024 ແລະ ລາຍການສະແດງສະລິປະ ພາຍໃຕ້ຫົວຂໍ້ “ສີສັນຊຸດເສື້ອຍາວ ຫວຽດນາມ” ແນໃສ່ປະກອບສ່ວນເຊີດຊູຄຸນຄ່າຂອງຊຸດເສື້ອຍາວໃນການດຳລົງຊີວິດ, ວັດທະນະທຳ, ສັງຄົມ; ພ້ອມທັງ ປຸກລຸກຄວາມຮັກ, ຄວາມເອກອ້າງທະນົງໃຈ ແລະ ຄວາມຮັບຜິດຊອບໃນການຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກຊຸດເສື້ອຍາວ ແລະ ໂຄສະນາວັດທະນະທຳ, ປະເທດຊາດ, ປະຊາຊົນ ຫວຽດນາມ ເວົ້າລວມ ແລະ ແມ່ຍິງ ຫວຽດນາມ ເວົ້າສະເພາະ ເຖິງປະຊາຊົນພາຍໃນປະເທດ ແລະ ເພື່ອນມິດສາກົນ.

        ໃນຂະນະນັ້ນ, ໃນຕອນຄ່ຳວັນທີ 4 ມີນາ, ສະຫະພັນແມ່ຍິງ ຫວຽດນາມ ຈະໄຂງານວາງສະແດງດ້ວຍຫົວຂໍ້ “ແມ່ຍິງ ກັບ ດ້ຽນບຽນ” ຂຶ້ນຢູ່ທີ່ນະຄອນດ້ຽນບຽນຝູ, ແຂວງ ດ້ຽນບຽນ.

        ຢູ່ຮ່າໂນ້ຍ, ແຕ່ວັນທີ 1 ມີນາ ຫາວັນທີ 15 ມີນາ, ກໍຈະດຳເນີນງານວາງສະແດງ “ແມ່ຮັກລູກ” ດ້ວຍຮູບຖ່າຍ 30 ແຜ່ນ ກ່ຽວກັບຈຸດເວລາການຜູກພັນລະຫວ່າງແມ່ ກັບ ລູກ; ງານວາງສະແດງ “ພາບເລົ່າເລື່ອງ ຮ່າງຈົ໊ງ ຮ່າໂນ້ຍ” ກໍຈະຈັດຂຶ້ນແຕ່ວັນທີ 18 ຫາວັນທີ 31 ມີນາ.


ຕອບກັບ

ຂ່າວ/ບົດ​ອື່ນ