ຈັດຫຼາຍການເຄື່ອນໄຫວທີ່ເປັນເອກະລັກສະເພາະເພື່ອໂຄສະນາ, ສົ່ງເສີມການທ່ອງທ່ຽວຢູ່ Festival ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ

(VOVWORLD) - ລາຍການຈະຈັດຂຶ້ນແຕ່ ວັນທີ 12 – 15 ກັນຍາ, ຢູ່ຖະໜົນຍ່າງ ຮ່ວານກຽມ ແລະ ສະຖານທີ່ທ່ອງທ່ຽວຈຳນວນໜຶ່ງໃນບໍລິເວນນະຄອນ.
ຈັດຫຼາຍການເຄື່ອນໄຫວທີ່ເປັນເອກະລັກສະເພາະເພື່ອໂຄສະນາ, ສົ່ງເສີມການທ່ອງທ່ຽວຢູ່ Festival ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ - ảnh 1 ລາຍການຈະຈັດຂຶ້ນແຕ່ ວັນທີ 12 – 15 ກັນຍາ
(ພາບ: .qdnd.vn)

        ດ້ວຍຫົວຂໍ້ “ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ - ລະດູໃບໄມ້ຫຼົ່ນແຫ່ງປະຫວັດສາດ”, ລາຍການ Festival ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ ຄັ້ງທີ 2 ປີ 2024, ແມ່ນໜຶ່ງໃນບັນດາເຫດການໂຄສະນາ, ສົ່ງເສີມການທ່ອງທ່ຽວຈຸດສຸມຂອງນະຄອນ ເພື່ອຂ່ຳນັບຊົມເຊີຍສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10 ຕຸລາ 1954 – 10 ຕຸລາ 2024). ລາຍການຈະຈັດຂຶ້ນແຕ່ ວັນທີ 12 – 15 ກັນຍາ, ຢູ່ຖະໜົນຍ່າງ ຮ່ວານກຽມ ແລະ ສະຖານທີ່ທ່ອງທ່ຽວຈຳນວນໜຶ່ງໃນບໍລິເວນນະຄອນ.

        ບັນດາການເຄື່ອນໄຫວຕົ້ນຕໍຈະຈັດຂຶ້ນໃນ Festival, ຄື: ພິທີໄຂ Festival ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ (ຕອນຄ່ຳວັນທີ 13 ກັນຍາ) ຢູ່ເຂດສວນດອກໄມ້ວິຫານ ບ່າກ້ຽວ; Famtrip ສຳຫຼວດສະຖານທີ່ທ່ອງທ່ຽວຈຳນວນໜຶ່ງທີ່ດຶງດູດໃຈ, ສະຖານທີ່ທ່ອງທ່ຽວ ຮ່າໂນ້ຍ (12 ກັນຍາ); ການໂອ້ລົມສົນທະນາ “ສະຖານທີ່ທ່ອງທ່ຽວ ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ” ຢູ່ເຂດພະລາຊະວັງ ທັງລອງ (12 ກັນຍາ); ລາຍການສະແດງສິລະປະທ້ອງຖະໜົນຢູ່ເຂດຍ່າງໜອງ ຮ່ວານກຽມ (ຕອນເຊົ້າວັນທີ 15 ກັນຍາ)… ພ້ອມກັນນັ້ນ, ແມ່ນເຂດແນະນຳອາຫານການກິນ ຮ່າໂນ້ຍ; ການວາງສະແດງ, ແນະນຳ ຮ່າໂນ້ຍ ຜ່ານພາບຖ່າຍຕາມຫົວຂໍ້ “ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ - ລະດູໃບໄມ້ຫຼົ່ນແຫ່ງປະຫວັດສາດ”,  ການເຄື່ອນໄຫວສະແດງສິລະປະທ້ອງຖະໜົນ…

ຕອບກັບ

ຂ່າວ/ບົດ​ອື່ນ