ຈັດ​ເຂດ​ເສດຖະກິດ ກວ໋າງອຽນ ຖືກ​ຈັດ​ເຂົ້າ​​ໃນ​​ແຜນ​ຜັງ​ພັດທະນາ​ບັນດາ​ເຂດ​ເສດຖະກິດ​ແຄມ​ທະ​ເລ

(VOVWORLD) -ນາຍົກລັດຖະມົນຕີຫວຽດນາມ ຫາກໍອະນຸມັດຜ່ານການຈັດເຂດເສດຖະກິດແຄມທະເລ ກວ໋າງອຽນ (ແຂວງກວ໋າງນິງ) ເຂົ້າໃນແຜນຜັງພັດທະນາບັນດາເຂດເສດຖະກິດແຄມທະເລຢູ່ຫວຽດນາມ ຮອດປີ 2020.
ຈັດ​ເຂດ​ເສດຖະກິດ ກວ໋າງອຽນ ຖືກ​ຈັດ​ເຂົ້າ​​ໃນ​​ແຜນ​ຜັງ​ພັດທະນາ​ບັນດາ​ເຂດ​ເສດຖະກິດ​ແຄມ​ທະ​ເລ - ảnh 1 ເສັ້ນທາງຄວາມໄວສູງ ຮະລອງ - ເວິນໂດນ (ພາບ: TTXVN)

        ທ່ານນາຍົກລັດຖະມົນຕີຫວຽດນາມ ຫາກໍອະນຸມັດຜ່ານການຈັດເຂດເສດຖະກິດແຄມທະເລ ກວ໋າງອຽນ (ແຂວງກວ໋າງນິງ) ເຂົ້າໃນແຜນຜັງພັດທະນາບັນດາເຂດເສດຖະກິດແຄມທະເລຢູ່ຫວຽດນາມ ຮອດປີ 2020 ດ້ວຍຂອບຂະໜາດກວ້າງກວ່າ 13.300 ha.

        ນາຍົກລັດຖະມົນຕີ ໄດ້ມອບໃຫ້ແຂວງກວ໋າງນິງ ປະຕິບັດການຈັດແບ່ງໄລຍະລົງທຶນໃຫ້ເໝາະສົມ, ເລືອກເຟັ້ນຂົງເຂດ ແລະ ນັກລົງທຶນ ເພື່ອດຶງດູດການລົງທຶນໃຫ້ສອດຄ່ອງກັບແຕ່ລະເຂດຂອງເຂດເສດຖະກິດ; ພັດທະນາໂຄງປະກອບພື້ນຖານໂຄງລ່າງຢູ່ພາຍໃນ ແລະ ພາຍນອກເຂດເສດຖະກິດໃຫ້ຄົບຊຸດ ເພື່ອຮ່ວມສໍາພັນລະຫວ່າງເຂດເສດຖະກິດກວ໋າງອຽນ ກັບບັນດາເຂດພັດທະນາເສດຖະກິດອື່ນໆ ແນໃສ່ກໍ່ສ້າງເຂດເສດຖະກິດຫຼັກແຫຼ່ງໃຫ້ແກ່ກວ໋າງນິງ ແລະ ເຂດເສດຖະກິດຈຸດສຸມຂອງພາກເໜືອ. 

ຕອບກັບ

ຂ່າວ/ບົດ​ອື່ນ