ຈັດເວທີປາໄສຊາວໜຸ່ມບໍລິຫານ ອິນເຕີແນັດ ຫວຽດນາມ ຂຶ້ນເທື່ອທໍາອິດ

(VOVWORLD) -ເວທີປາໄສນີ້ ແມ່ນເພື່ອແນໃສ່ຈຸດປະສົງຍົກສູງຄວາມຮັບຮູ້ຂອງໄວໜຸ່ມກ່ຽວກັບບັນດາບັນຫານະໂຍບາຍ ອິນເຕີແນັດ ແລະ ໜູນຊ່ວຍເຂົາເຈົ້າເຂົ້າຮ່ວມບັນດາເຫດການເວທີປາໄສຊາວໜຸ່ມຄຸ້ມຄອງ ອິນເຕີເນັດໃນພາກພື້ນ ແລະ ສາກົນໃນອະນາຄົດ.

        ຕອນເຊົ້າວັນທີ 20 ມີນາ, ຢູ່ຮ່່າໂນ້ຍ, ສູນເຕັກໂນໂລຢີຂໍ້ມູນຂ່າວສານ - ການສື່ສານ Vietnet (Vietnet – ICT) ສົມທົບກັບຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ, ສະຖານທູດ ຊູແອດ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງເວທີປາໄສຊາວໜຸ່ມບໍລິຫານ ອິນເຕີແນັດ ຫວຽດນາມ (YIGF Vietnam). ນີ້ແມ່ນຄັ້ງທໍາອິດທີ່ ເວທີປາໄສ YIGF ຖືກຈັດຂຶ້ນຢູ່ຫວຽດນາມ ແລະ ແມ່ນເຫດການຢູ່ນອກ ເວທີປາໄສ ອິນເຕີແນັດຫວຽດນາມ (VIF) ຄັ້ງທີ 19.

ຈັດເວທີປາໄສຊາວໜຸ່ມບໍລິຫານ ອິນເຕີແນັດ ຫວຽດນາມ ຂຶ້ນເທື່ອທໍາອິດ - ảnh 1 ເວທີປາໄສ ອິນເຕີແນັດຫວຽດນາມ (VIF) ຄັ້ງທີ 19 (ພາບ: tinnhanhchungkhoan.vn)

        ເນື່ອງໃນໂອກາດນີ້, ກໍໄດ້ດໍາເນີນພິທີສະເໜີຕົວ ກຸ່ມຊາວໜຸ່ມປະຈັນບານບໍລິຫານ ອິນເຕີແນັດຫວຽດນາມ. ນາງ ໂງມິນແອັງ, ນັກສຶກສາມະຫາວິທະຍາໄລເສດຖະກິດແຫ່ງຊາດ, ຫົວໜ້າກຸ່ມຊາວໜຸ່ມປະຈັນບານຫວຽດນາມ, ໃຫ້ຮູ້ວ່າ:

        “ທິດນໍາການເຄື່ອນໄຫວຂອງພວກນ້ອງ ແມ່ນ Digital focus, ດັ່ງນັ້ນ ພວກນ້ອງພະຍາຍາມສ້າງໂລກແຫ່ງດີຈີຕອນ, ສ້າງໂລກໃນອິນເຕີແນັດ ທີ່ປອດໄພ, ມີປະສິດທິຜົນ ແລະ ນໍາມາເຊິ່ງບັນດາສິ່ງທີ່ດີງາມ. ພວກນ້ອງຈະສ້າງຕັ້ງບັນດາສິ່ງດັ່ງກ່າວ ດ້ວຍຮູບແບບ online ແລະ offline. ສໍາລັບຮູບແບບ offline ພວກນ້ອງຈະຈັດບັນດາກອງປະຊຸມສໍາມະນາ, ສ່່ວນຮູບແບບ online ພວກນ້ອງຈະເຊື່ອມຕໍ່ກັບບັນດາອົງການສື່ມວນຊົນ, ຍູ້ແຮງການສື່ສານໃນສື່ສັງຄົມຄື Facebook ແລະ instagram”.

        ເວທີປາໄສນີ້ ແມ່ນເພື່ອແນໃສ່ຈຸດປະສົງຍົກສູງຄວາມຮັບຮູ້ຂອງໄວໜຸ່ມກ່ຽວກັບບັນດາບັນຫານະໂຍບາຍ ອິນເຕີແນັດ ແລະ ໜູນຊ່ວຍເຂົາເຈົ້າເຂົ້າຮ່ວມບັນດາເຫດການເວທີປາໄສຊາວໜຸ່ມຄຸ້ມຄອງ ອິນເຕີເນັດ ແລະ IGF (ເວທີປາໄສບໍລິຫານ ອິນເຕີແນັດ) ໃນພາກພື້ນ ແລະ ສາກົນໃນອະນາຄົດ.


ຕອບກັບ

ຂ່າວ/ບົດ​ອື່ນ