ຈຸດ​ເວ​ລາ​​ດີທີ່​ສຸດ ເພື່ອລົງ​ທຶນເຂົ້າ​ຕະຫຼາດ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ຢູ່​ຫວຽດ​ນາມ

(VOVWORLD) -  ໃນຂອບເຂດກອງປະຊຸມ ແລະ ງານວາງສະແດງໂລກດີຈີຕອນ (ITU Digital World 2020) ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ສົມທົບກັບ ສະຫະພັນ ໂທລະຄົມມະນາຄົມ ສາກົນ (ITU) ຈັດຕັ້ງຂຶ້ນ, ໃນວັນທີ 21 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນການໂອ້ລົມສົນທະນາທາງອອນລາຍ ທີ່ມີຊື່ວ່າ “Why Viet Nam?”
ຈຸດ​ເວ​ລາ​​ດີທີ່​ສຸດ ເພື່ອລົງ​ທຶນເຂົ້າ​ຕະຫຼາດ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ຢູ່​ຫວຽດ​ນາມ - ảnh 1 ການໂອ້ລົມສົນທະນາທາງອອນລາຍ “Why Viet Nam?” (ພາບ: TTXVN)

ນີ້ແມ່ນການໂອ້ລົມສົນທະນາແບ່ງປັນກ່ຽວກັບຍຸດທະສາດຫັນເປັນດີຈີຕອນແຫ່ງຊາດຂອງ ຫວຽດນາມ, ຄວາມມຸ່ງຫວັງ, ເປົ້າໝາຍ, ວິທີການ, ຂັ້ນຕອນຫັນເປັນດີຕີຕອນ ແລະ ບັນດາຂົງເຂດບຸລິມະສິດ, ຕະຫຼາດດີຈີຕອນ ຫວຽດນາມ, ກາລະໂອກາດໃຫ້ແກ່ບັນດາກຸ່ມບໍລິສັດເຕັກໂນໂລຢີມາລົງທຶນເຂົ້າບັນດາຂົງເຂດບຸລິມະສິດທີ່ມີເງື່ອນໄຂຢ່າງຄົບຖ້ວນ, ແມ່ນກາລະໂອກາດໃຫ້ແກ່ບັນດາວິສາຫະກິດເຕັກໂນໂລຢີຕ່າງປະເທດເຂົ້າຮ່ວມວິວັດການພັດທະນາວິສາຫະກິດດີຈີຕອນຢູ່ຫວຽດນາມ…

        ເມື່ອແບ່ງປັນກ່ຽວກັບຍຸດທະສາດຫັນເປັນດີຈີຕອນແຫ່ງຊາດ ແລະ ຕະຫຼາດດີຈີຕອນ ຫວຽດນາມ, ທ່ານໂດກົງແອັງ, ຮອງຫົວໜ້າກົມຫັນຄອມພິວເຕີ ສັງກັດ ກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດາມ ໃຫ້ຮູ້ວ່າ ບັນດາຂົງເຂດເຊິ່ງ ຫວຽດນາມ ຈະໃຫ້ບຸລິມະສິດປະຕິບັດການຫັນເປັນດີຈີຕອນຄື: ສາທາລະນະສຸກ, ການສຶກສາ, ການເງິນ, ທະນາຄານ… ເປົ້າໝາຍຮອດປີ 2025, ຫວຽດນາມໃຫ້ໄດ້ຢູ່ໃນກຸ່ມ 70 ປະເທດນຳໜ້າກ່ຽວກັບລັດຖະບານເອເລັກໂຕນິກ, ພ້ອມທັງພື້ນຖານເສດຖະກິດ ດີຈີຕອນກວມເອົາໃຫ້ໄດ້ 20% ຍອດຜະລິດຕະພັນພາຍໃນ (GDP). ຮອດປີ 2030, ຫວຽດນາມ ຕັ້ງເປົ້າໝາຍໃຫ້ໄດ້ຢູ່ໃນກຸ່ມ 50 ປະເທດນຳໜ້າກ່ຽວກັບລັດຖະບານເອເລັກໂຕນິກ.

ຕອບກັບ

ຂ່າວ/ບົດ​ອື່ນ