ຈົດໝາຍຂອງທ່ານປະທານປະເທດ ເຈືອງເຕີ້ນຊາງ ເນື່ອງໃນໂອກາດໄຂສົກຮຽນໃໝ່ 2014-2015

ຈົດໝາຍຂອງທ່ານປະທານປະເທດ ເຈືອງເຕີ້ນຊາງ ເນື່ອງໃນໂອກາດໄຂສົກຮຽນໃໝ່ 2014-2015 - ảnh 1
ທ່ານປະ​ທານ​ປະ​ເທດ ເຈືອງ​ເຕີ້ນ​ຊາງ
(ພາບປະກອບ)


(vovworld)-​​​ ເນື່ອງ​ໃນ​ໂອ​ກາດໄຂສົກ​ຮຽນ​ໃໝ່ 2014-2015, ວັນ​ທີ 29/8, ທ່ານປະ​ທານ​ປະ​ເທດ ເຈືອງ​ເຕີ້ນ​ຊາງ ໄດ້​ຝາກ​ຈົດ​ໝາຍ ​ເຖິງ​ບັນ​ດາ​ຄູ​ອາ​ຈານ, ພະ​ນັກ​ງານ, ລັດ​ຖະ​ກອນ, ພະ​ລະ​ກອນ ຂະ​ແໜງ​ສຶກສາ, ບັນ​ດາ​ພໍ່​ແມ່​ນັກ​ຮຽນ ແລະ ພວກ​ນ້ອງ​ນັກ​ຮຽນ, ນັກ​ສຶກ​ສາ​ໃນ​ທົ່ວ​ປະ​ເທດ. ໃນ​ຈົດ​ໝາຍ, ທ່ານ​ປະ​ທານ​ປະ​ເທດ ຍ້ອງ​ຍໍ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ບັນ​ດາ​ຜົນ​ງານ ທີ່​ຂະ​ແໜງ​ສຶກ​ສາ​ບັນ​ລຸ​ໄດ້​ໃນ​ສົກ​ຮຽນ​ຜ່ານ​ມາ. ທ່ານ​ປະ​ທານ​ປະ​ເທດ​ສະ​ເໜີ​ໃຫ້​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ທຸກ​ຂັ້ນ, ຄອບ​ຄົວ ແລະ ສັງ​ຄົມ​ສືບ​ຕໍເອົາ​ໃຈ​ໃສ່​ເບິ່ງ​ແຍງຫຼາຍ​ກ່​ວາ​ອີກ ໃຫ້​ແກ່​ພາ​ລະ​ກິດ​ສຶກ​ສາ; ສ້າງ​ເງື່ອນ​ໄຂ​ດີ​ກ່​ວາ, ຄົບ​ຖ້ວນ​ກ່​ວາ ໃຫ້​ແກ່​ການ​ຮ​່ຳ​ຮຽນ, ຫຼໍ່ຫຼອມ ແລະ ສູ້​ຊົນ​ຂອງ​ພວກ​ນ້ອງ​ນັກ​ຮຽນ, ນັກ​ສຶກ​ສາ​ໃນ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ