ຈົດໝາຍຂອບໃຈຂອງຄະນະຈັດຕັ້ງລະດັບຊາດກະກຽມແລະຈັດຕັ້ງກອງປະຊຸມໃຫຍ່IPU132

ຈົດໝາຍຂອບໃຈຂອງຄະນະຈັດຕັ້ງລະດັບຊາດກະກຽມແລະຈັດຕັ້ງກອງປະຊຸມໃຫຍ່IPU132 - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ
(ພາບ: TTXVN)

(vovworld) – ​ວັນ​ທີ 2/4, ຄະ​ນະ​ຈັດ​ຕັ້ງ​ລະ​ດັບ​ຊາດ​ກະ​ກຽມ ແລະ ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່ IPU 132 ໄດ້​ຝາກ​ຈົດ​ໝາຍ​ຂອບ​ໃຈ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ທີ່​ໄດ້​ຈັດ​ຕັ້ງກອງ​ປະ​ຊຸມ​ໃຫຍ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ 132 (IPU 132) ສຳ​ເລັດ​ຜົນ. ເນື້ອ​ໃນ​​ຈົດ​ໝາຍແຈ້ງວ່າ: ກອງ​ປະ​ຊຸມ​ໃຫຍ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ 132 (IPU 132) ໄດ້​ຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ ແຕ່​ວັນ​ທີ 28/3 – 1/4/2015 ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ. ກອງ​ປະ​ຊຸມໃຫຍ່​ໄດ້​ປຶກ​ສາ​ຫາ​ລືຫຼາຍ​ບັນ​ຫາ​ສຳ​ຄັນ​ຂອງ​ສະ​ພາ​ແຫ່ງ​ຊາດ, ພິ​ເ​ສ​ດແມ່ນ​ຫົວ​ຂໍ້​ລວມ “ບັນ​ດາ​ຄາດໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ: ຫັນ​ຄຳ​ເວົ້າ​ເປັນ​ການກ​ະ​ທຳ​ຕົວ​ຈິງ” ແລະ ຮັບ​ຮອງ​ເອົາ “ຖະ​ແຫຼງ​ການ ຮ່າ​ໂນ້ຍ”, ປະ​ກອບ​ສ່ວນ​ເຂົ້າ​ໃນ​ວິ​ວັດ​ການ​ຮ​ຽບ​ຮຽງ, ສ້າງ​ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຫຼັງ​ປີ 2015 ຈະ​ໄດ້​ນຳ​ມາ​ປຶກ​ສາ​ຫາ​ລື​ທີ່​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ໃນ​ສະ​ໄໝ​ປະ​ຊ​ຸມ​ທ້າຍ​ປີນີ້, ພ້ອມ​ທັງ​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ບັນ​ດາ​ສະ​ພາ​ແຫ່ງ​ຊາດ​ສະ​ມາ​ຊິກ​ຫັນ​ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ກາຍ​ເປັນ​ບັນ​ດາ​ຄາດ​ໝາ​ຍ ແລະ ຂໍ້​ກຳ​ນົດ​ກົດ​ໝາຍ, ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍນີ້​ຢູ່​ປະ​ເທດ​ຂອງ​ຕົນ. ດ້ວ​ຍ​ຖາ​ນະ​ເປັນ​ປະ​ເທດ​ເຈົ້າ​ພາບ, ຫວຽດ​ນາມ ໄດ້​ຮັບ​​ການ​ຮັບຮູ້ ແລະ ຕີ​ລາ​ຄາ​ສູງ​ຈາກ​ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກ່ຽວ​ກັບ​ຄວາມ​ສະ​ໜິດ​ສະ​ໜົມ ແລະ ຮັກ​ແພງ​ແຂກ​ຄົນ, ກ່ຽວ​ກັບ​ວຽກ​ງານ​ຈັດ​ຕັ້ງ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ສົມ​ກຽດ, ປອດ​ໄພ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ໂຄງ​ການ​ດຳ​ເນີນ​ງານ, ກໍ່​ຄືບັນ​ດາ​ເອ​ກະ​ສານ​ຂອງ​ກອງ​ປະ​ຊຸມ​ໃຫຍ່.


ຂ່າວ/ບົດ​ອື່ນ