ຈົດ​ໝາຍ​ລວມ ປີ 2023 ຂອງທ່ານ​ສັນ​ທະ​ປະ​ປາ Francis ຢັ້ງ​ຢືນ​ທີ່​ຕັ້ງ ແລະ ຜົນ​ງານ​ຂອງ ຫວຽດ​ນາມ

(VOVWORLD) - ທ່ານ ຫວູຈຽນຖັງ ຮອງລັດຖະມົນຕີກະຊວງພາຍໃນ ຫວຽດນາມ ໄດ້ເນັ້ນໜັກວ່າ: ສະມາຄົມຄຼິດທະສາສະໜາ ຫວຽດນາມ ແມ່ນພາກສ່ວນສຳຄັນບໍ່ອາດຕັກແຍກອອກຈາກຊາດ ຫວຽດນາມ ໄດ້ ແລະ ພວມພ້ອມກັບສາສະໜາອື່ນໆ ແລະ ປະຊາຄົມບໍ່ເຊື່ອຖືສາສະໜາ ສ້າງສາ ແລະ ພັດທະນາປະເທດຊາດ.
ຈົດ​ໝາຍ​ລວມ ປີ 2023 ຂອງທ່ານ​ສັນ​ທະ​ປະ​ປາ Francis ຢັ້ງ​ຢືນ​ທີ່​ຕັ້ງ ແລະ ຜົນ​ງານ​ຂອງ ຫວຽດ​ນາມ - ảnh 1ກອງປະຊຸມສຳມະນາ (ພາບ: TTXVN)

ໃນກອງປະຊຸມສຳມະນາຈົດໝາຍ ຂອງ ສັນທະປະປາ Francis ສົ່ງເຖິງສະມາຄົມຄຼິດທະສາສະໜາ ຫວຽດນາມ ເນື່ອງໃນໂອກາດ ຮັບຮອງຂໍ້ຕົກລົງກ່ຽວກັບ ກົດລະບຽບຜູ້ຕາງໜ້າຂອງສຳນັກງານ ວາຕີກັງ ແລະ ຫ້ອງການຜູ້ຕາງໜ້າສຳນັກ ວາຕີກັງ ປະຈຳ ຫວຽດນາມ ໄດ້ດຳເນີນໃນວັນທີ 23 ກໍລະກົດ, ຢູ່ຮ່າໂນ້ຍ.

        ກ່າວຄຳເຫັນນະທີ່ນີ້, ທ່ານ ຫວູຈຽນຖັງ ຮອງລັດຖະມົນຕີກະຊວງພາຍໃນ ຫວຽດນາມ ໄດ້ເນັ້ນໜັກວ່າ: ສະມາຄົມຄຼິດທະສາສະໜາ ຫວຽດນາມ ແມ່ນພາກສ່ວນສຳຄັນບໍ່ອາດຕັກແຍກອອກຈາກຊາດ ຫວຽດນາມ ໄດ້ ແລະ ພວມພ້ອມກັບສາສະໜາອື່ນໆ ແລະ ປະຊາຄົມບໍ່ເຊື່ອຖືສາສະໜາ ສ້າງສາ ແລະ ພັດທະນາປະເທດຊາດ.

        ທ່ານຮອງລັດຖະມົມຕີກະຊວງພາຍໃນ ຫວຽດນາມ ຢັ້ງຢືນວ່າ: ໃນຈົດໝາຍ, ສັນທະປະປາ ເຊື່ອໝັ້ນວ່າ ສອງຝ່າຍ, ເຖິງວ່າມີຄວາມແຕກຕ່າງກັນກໍຕາມ, ແຕ່ກໍຈະຊອກຫາໄດ້ທິດທາງລວມເພື່ອຜົນປະໂຫຍດຂອງຊາດ ຫວຽດນາມ ແລະ ສຳນັກວາຕີກັງ. ສິ່ງດັ່ງກ່າວ ມີຄວາມໝາຍສຳຄັນເພື່ອສະກັດກັ້ນ, ລົບລ້າງບັນດາຖ້ອຍທຳນອງທີ່ເສກສັນປັ້ນແຕ່ງຂອງບັນດາກຳລັງເປັນປໍລະປັກ  ສວຍໃຊ້ສາສະໜາເພື່ອມ້າງທຳລາຍພັກ ແລະ ລັດ; ຊ້ຳບໍ່ໜຳ, ສະມາຄົມສາສະໜາຄຼິດ ອາດຈະມີການແຊກແຊງເພື່ອໃຫ້ບັນດາພາກສ່ວນບໍ່ຫວັງດີນັ້ນ ບໍ່ສາມາດເສກສັນປັ້ນແຕ່ງກ່ຽວກັບພັກກອມມູນິດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ