ຈົດ​ໝາຍອ​ວ​ຍ​ພອນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີ​ມ​ສະ​ຫຼອງ 70 ປີ ແຫ່ງວັ​ນ​ມູນ​ເຊື້ອ ທະ​ທານ ອາ​ສາ​ສະ​ໝັກ ແລະ ຜູ້​ຊ່ຽວ​ຊານ ຫວ​ຽດ​ນາມ ຢູ່ ລາວ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ ທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານ ຫວຽດນາມ ຢູ່ ລາວ ( 30 ຕຸລາ 1949 – 30 ຕຸລາ 2019), ໂດຍຕາງໜ້າໃຫ້ແກ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ລາວ ໄດ້ສົ່ງ ຈົດໝາຍອວຍພອນເຖິງບັນດາອະດີດທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານ ຫວຽດນາມຢູ່ ລາວ ທຸກຖ້ວນໜ້າ.
ຈົດ​ໝາຍອ​ວ​ຍ​ພອນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີ​ມ​ສະ​ຫຼອງ 70 ປີ ແຫ່ງວັ​ນ​ມູນ​ເຊື້ອ ທະ​ທານ ອາ​ສາ​ສະ​ໝັກ ແລະ ຜູ້​ຊ່ຽວ​ຊານ ຫວ​ຽດ​ນາມ ຢູ່ ລາວ - ảnh 1 ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ລາວໃຫ້ການຕ້ອນຮັບ ຄະນະທະຫານອາສາມະໝັກ ແລະ ຜູ້ຊ່ຽວຊານ ຫວຽດນາມ ຢູ່ລາວ (ພາບ: TTXVN)

ໃນຈົດໝາຍ, ທ່ານ ບຸນຍັງ ວໍລະຈິດ ໄດ້ເນັ້ນໜັກວ່າ: ຫ່າງຈາກນີ້ 70 ປີ, ພັກກອມມູນນິດ ອິນດູຈີນ, ເຊິ່ງແມ່ນຕົ້ນກຳເນີດຂອງ ພັກກອມມູນິດ ຫວຽດນາມ ແລະ ພັກ ປະຊາຊົນປະຕິວັດລາວ, ໄດ້ສ້າງຕັ້ງກອງທະຫານອາສາສະໝັກ ຫວຽດນາມ ໄປຊ່ວຍເຫຼືອລາວ. ນີ້ແມ່ນຄຳຕັດສິນອັນຖືກຕ້ອງ ແລະ ສຳຄັນທີ່ສຸດ, ເປັນປັດໄຈຕັດສິນຊີ້ຂາດໄຊຊະນະ ຂອງ ການປະຕິວັດສອງປະເທດ, ສະແດງໃຫ້ເຫັນຢ່າງຈະແຈ້ງ ແລະ ມີຊີວິດຊີວາໃນການຮ່ວມສຳພັນສູ້ຮົບ ແຫ່ງນ້ຳໃຈສາມັກຄີພິເສດ ລະຫວ່າງ ລາວ - ຫວຽດນາມ.

ປະຕິບັດຕາມຄຳສັ່ງສອນຂອງປະທານ ໂຮ່ຈີມິນ “ຊ່ວຍເພື່ອນ ແມ່ນຊ່ວຍຕົນເອງ”, ທະຫານອາສາສະໝັກ ຫວຽດນາມ ນັບພັນໆຄົນ ໄດ້ປະຕິບັດ ພັນທະສາກົນຮ່ວມສູ້ຮົບກັບ ກອງທັບ ແລະ ປະຊາຊົນ ລາວ, ຍອມເສຍສະຫຼະຊີວິດ, ຊ່ວຍເຫຼືອກັນ, ພ້ອມກັນສ້າງຜົນງານອັນລ້ຳເລີດລືຊາເພື່ອພາລະກິດປະຕິວັດອັນຍິ່ງໃຫຍ່ຂອງສອງປະເທດ ຫວຽດນາມ - ລາວ. ບັນດາໄຊຊະນະ ແລະ ຜົນສຳເລັດຂອງພາລະກິດຕໍ່ສູ້ກູ້ຊາດ ຂອງປະຊາຊົນລາວ ຍາມໃດກໍ່ຕິດພັນກັບການຕໍ່ສູ້ຍາດເອົາໄຊຊະນະ ແລະ ການເສຍສະຫຼະຊີວິດຂອງກອງທັບປະຊາຊົນ ຫວຽດນາມ ແລະ ອະດີດທະຫານອາສາສະໝັກ, ຜູ້ຊ່ຽວຊານ ຫວຽດນາມ.

ທ່ານ ບຸນຍັງ ວໍລະຈິດ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຍາມໃດກໍຮູ້ບຸນຄຸນຂອງທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານ ຫວຽດນາມ, ຕີລາຄາສູງ ແລະ ສະແດງຄວາມຮູ້ບຸນຄູນຢ່າງເລິກເຊິ່ງມາຍັງພັກ, ລັດ ແລະ ປະຊາຊົນ ຫວຽດນາມທີ່ ໄດ້ ສະໜັບສະໜູນ, ໜູນຊ່ວຍອັນລ້ຳຄ່າ, ທັນການ ແລະ ມີປະສິດທິຜົນໃຫ້ແກ່ພາລະກິດປະຕິວັດ ຂອງປະຊາຊົນ ລາວ ໃນເມື່ອກ່ອນ ກໍ່ຄືໃນກິດຈະການປົກປັກຮັກສາ ແລະ ສ້າງສາ ປະເທດລາວໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ