ຈົດ​ໝາຍອວຍ​ພອນ​ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ

(VOVWORLD) - ເນື່ອງໃນໂອກາດສະພາແຫ່ງຊາດຊຸດທີ XV  ເລືອກຕັ້ງທ່ານ ໂຕເລິມ ດຳລົງຕຳແໜ່ງປະທານປະເທດ ສັງຄົມນິຍົມ ຫວຽດນາມ, ການນຳບັນດາປະເທດ ຄື ຍີ່ປຸ່ນ, ຝລັ່ງ, ເອຢິບ, ອົດສະຕາລີ ແລະ ເກຼັກ ໄດ້ສົ່ງຈົດໝາຍອວຍພອນ.

ຈົດ​ໝາຍອວຍ​ພອນ​ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ - ảnh 1ທ່ານປະທານປະເທດ ໂຕເລິມ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ (ພາບ: Nhandan)

ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ສະແດງຄວາມເຊື່ອໝັ້ນຕໍ່ ເລື່ອງປະທານປະເທດ ໂຕເລິມໄດ້ຮັບມອບໝາຍໜ້າທີ່ໃໝ່ ຈະປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ ເລິກເຊິ່ງກ່ວາອີກ, ທ່ານປາດຖະໜາ ຢາກພ້ອມກັບທ່ານປະທານປະເທດ ໂຕເລິມ ນຳການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດ ພັດທະນາຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ.

ສ່ວນທ່ານ ປະທານາທິບໍດີຝລັ່ງ Emmanuel Macron, ທ່ານປະທານາທິບໍດີ ເອຢິບ Abdel Fattah Al Sisi, ທ່ານປະທານາທິບໍດີ ອົດສະຕາລີ Alexander Van der Bellen ແລະ ທ່ານປະທານາທິບໍດີ ເກຼັກ ກໍ່ສົ່ງຈົດໝາຍອວຍພອນທ່ານປະທານປະເທດ ໂຕເລິມ.

 ແລະກໍ່ເນື່ອງໃນໂອກາດສະພາແຫ່ງຊາດ ຊຸດທີ XV ເລືອກຕັ້ງ ທ່ານເຈິ່ນແທັງເໝິນ ດຳລົງຕຳແໜ່ງປະທານສະພາແຫ່ງຊາດ ຫວຽດນາມ,  ທ່ານ Abdul Rahman Tai ປະທານສະພາສ້າງກົດໝາຍ ບຣູໄນ, ທ່ານປະທານສະພາແຫ່ງຊາດຝລັ່ງ Yaël Braun-Pivet ແລະ ທ່ານປະທານສະພາຕ່ຳ ຣູມານີ Alfred Robert Simonis ກໍ່ໄດ້ສົ່ງຈົດໝາຍອວຍພອນເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ