ຈົດ​ໝາ​ຍອວຍ​ພອນ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ Chôl Chnăm Thmây 2020

(VOVWORLD) - ວັນທີ 3 ເມສາ, ທ່ານເຈິ່ນແທັງເເໝິນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສົ່ງຈົດໝາຍເຖິງບັນດາ ພະສົງ,ສຳມະເນນ ແລະ ປະຊາຊົນຊາວເຜົ່າຂະແມທຸກຖ້ວນໜ້າ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ Chôl Chnăm Thmây 2020.
ຈົດ​ໝາ​ຍອວຍ​ພອນ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ Chôl Chnăm Thmây 2020 - ảnh 1 ພາບ:https://vi.wikipedia.org/

  ຈົດໝາຍມີຕອນຊີ້ແຈ້ງວ່າ: ປະຊາຊົນຊາວເຜົ່າຂະແມ ແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກວົງຄະນະຍາດ ບັນດາຊົນເຜົ່າຫວຽດນາມໄດ້, ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງໃນທຸກດ້ານຈາກພັກ ແລະ ລັດຫວຽດນາມ.

ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຕີລາຄາສູງວ່າ: ໃນໄລຍະຜ່ານມາ, ປະຊາຊົນຊາວເຜົ່າຂະແມ ທົ່ວປະເທດ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາບັ້ນຂົນຂວາຍ, ຂະບວນການແຂ່ງຂັນຮັກຊາດຂອງ ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງມະຫາຊົນ ; ຍາມໃດກໍ່ສາມັກຄີກັນພ້ອມກັບວົງຄະນະຍາດບັນດາ ເຜົ່າ ສ້າງສາບ້ານເກີດເມືອງນອນ ປະເທດຊາດ ໃຫ້ນັບມື້ນັບພັດທະນາ.

ທ່ານປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ ຫວັງວ່າ ບັນດາ ພະສົງ, ສຳມະເນນ ພ້ອມກັບປະຊາຊົນບັນດາເຜົ່າຂະແມທຸກຖ້ວນໜ້າ ຈະ ສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີ, ແກ້ໄຂຄວາມຫຍຸ້ງຍາກ, ເອົາໃຈໃສ່ເບິ່ງແຍງການຜະລິດ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງຊາດ; ຈັດຕັ້ງການຕ້ອນຮັບບຸນປີໃໝ່ປະຈຳຊາດໃຫ້ເໝາະສົມກັບສະພາບການ; ປະຕິບັດບັນດາຂໍ້ກຳນົດຂອງລັດ ກ່ຽວກັບການປ້ອງກັນ ຕ້ານໂລກລະບາດໂຄວິດ-19 ໃຫ້ເປັນຢ່າງດີ ເພື່ອປະກອບສ່ວນນຳເອົາຊີວິດທີ່ປອດໄພ, ຄວາມອີ່ມໜຳສຳລານ, ຜາສຸກມາໃຫ້ທຸກຄົນ, ທຸກຄອບຄົວ.

ຕອບກັບ

ຂ່າວ/ບົດ​ອື່ນ