ຈີນ - EU ຢັ້ງ​ຢືນ​ການ​ຮ່ວມ​ມື​ລະ​ຫວ່າງ ສອງ​ຝ່າຍ​ໃນ​ສະ​ພາບ​ການ​ໄລ​ຍະຫຼັງ Covid – 19

(VOVWORLD) -ຕອນຄ່ຳວັນທີ 22 ມິຖຸນາ, ຕາມເວລາປັກກິ່ງ, ບັນດາການນຳຈີນ ແລະ ສະຫະພາບເອີລົບ (EU) ໄດ້ມີການພົບປະກັນ ແລະເປັນປະທານກອງປະຊຸມສຸດຍອດ ລະຫວ່ງ ຈີນ  EU ຄັ້ງທີ 22 ຕາມຮູບການທາງອອນລາຍ. 
ຈີນ - EU ຢັ້ງ​ຢືນ​ການ​ຮ່ວມ​ມື​ລະ​ຫວ່າງ ສອງ​ຝ່າຍ​ໃນ​ສະ​ພາບ​ການ​ໄລ​ຍະຫຼັງ Covid – 19 - ảnh 1ກອງປະຊຸມສຸດຍອດ ລະຫວ່ງ ຈີນ  EU ຄັ້ງທີ 22 ຕາມຮູບການທາງອອນລາຍ (ພາບ: TTXVN) 

ກ່າວຄຳເຫັນທີ່ການພົບປະ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ຢັ້ງຢືນວ່າ ຈີນແມ່ນຄູ່ຮ່ວມມື, ບໍ່ແມ່ນຄູ່ແຂ່ງຂອງ EU, ທ່ານກໍ່ມີຄວາມປາດຖະໜາຢາກສອງຝ່າຍບົນພື້ນຖານເຄົາລົບນັບຖືເຊິ່ງກັນແລະກັນ, ຈະເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈຢ່າງບໍ່ຢຸດຢັ້ງ ເພື່ອເປີດກ້ວາງຜົນປະໂຫຍດລວມໃຫ້ຫຼາຍກ່ວາອີກ, ສ້າງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ ຈີນ  - EU ໃຫ້ນັບມື້ນັບມີຜົນສະທ້ອນໃນຂອບເຂດທົ່ວໂລກ. ໃນໄລຍະຈະມາເຖິງ, ສອງຝ່າຍ ຄວນຊຸກຍູ້ການຟື້ນຟູຂອງເສດຖະກິດ ໂລກ, ເພີ່ມທະວີການປະສານນະໂຍບາຍເສດຖະກິດມະຫາພາກ, ຮັບປະກັນການເຄື່ອນໄຫວຂອງ ລະບົບການຜະລິດ, ລະບົບການສະໜອງທົ່ວໂລກ.

        ສ່ວນທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ ແລະ ທ່ານ Charles Michel ປະທານສະພາເອີລົບກໍ່ ປາດຖະໜາຢາກເພີ່ມທະວີຜັນຂະຫຍາຍການໂອ້ລົມສົນທະນາຍຸດທະສາດກັບຈີນ, ພິເສດແມ່ນ ໃນບັນດາຂົງເຂດຄົ້ນຄ້ວາ ພັດທະນາວັກຊີນປ້ອງກັນ,ຕ້ານ Covid – 19, ຟື້ນຟູການຜະລິດ, ເປີດກ້ວາງຂອບຂະໜາດການຄ້າສອງຝ່າຍ…ນອກຈາກນັ້ນ, ສອງຝ່າຍຈະເພີ່ມທະວີການຮ່ວມມືໃຫ້ຫຼາຍກ່ວາອີກ ກ່ຽວກັບບັນດາບັນຫາຄືຄວາມໝັ້ນຄົງດ້ານການແພດສາທາລະນະ, ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ...ໃນບັນດາຂົງເຂດຮ່ວມມືຫຼາຍຝ່າຍຄື ສປຊ, ອົງການການຄ້າໂລກ WTO, G20.

ຕອບກັບ

ຂ່າວ/ບົດ​ອື່ນ