ຈີນ ກຽມພ້ອມຮ່ວມມືກັບ ອິນເດຍ ເພື່ອມຸ່ງໄປເຖິງການສ້າງສະຖຽນລະພາບ ແລະ ປອດໃສຂອງການພົວພັນຈີນ - ອິນເດຍ ໃຫ້ດີຍິ່ງໆຂຶ້ນ

(VOVWORLD) - ສອງຝ່າຍສືບຕໍ່ຕິດຕໍ່ພົວພັນນຳກັນຜ່ານທາງການທູດ ແລະ ການທະຫານ. ທັງຈີນ ແລະ ອິນເດຍ ລ້ວນແຕ່ໃຫ້ຄຳໝັ້ນສັນຍາຮັກສາສະຖຽນລະພາບຢູ່ເຂດຊາຍແດນ.
ຈີນ ກຽມພ້ອມຮ່ວມມືກັບ ອິນເດຍ ເພື່ອມຸ່ງໄປເຖິງການສ້າງສະຖຽນລະພາບ ແລະ ປອດໃສຂອງການພົວພັນຈີນ - ອິນເດຍ ໃຫ້ດີຍິ່ງໆຂຶ້ນ - ảnh 1ລົດການທະຫານຂອງ ອິນເດຍ ລາດຕະເວນຢູ່ເຂດ LAC
(ພາບ: AFP/ TTXVN)

ຈີນ ກຽມພ້ອມຮ່ວມມືກັບ ອິນເດຍ ເພື່ອມຸ່ງໄປເຖິງການສ້າງສະຖຽນລະພາບ ແລະ ປອດໃສຂອງການພົວພັນຈີນ - ອິນເດຍ ໃຫ້ດີຍິ່ງໆຂຶ້ນ - ແມ່ນການຢັ້ງຢືນຂອງທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໃນວັນທີ 25 ທັນວາ, ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນຫຼວງ ປັກກິ່ງ ກ່ຽວກັບການພົວພັນ ຈີນ - ອິນເດຍ. ທ່ານ ຫວາງອີ ໃຫ້ຮູ້ວ່າ: ສອງຝ່າຍສືບຕໍ່ຕິດຕໍ່ພົວພັນນຳກັນຜ່ານທາງການທູດ ແລະ ການທະຫານ. ທັງຈີນ ແລະ ອິນເດຍ ລ້ວນແຕ່ໃຫ້ຄຳໝັ້ນສັນຍາຮັກສາສະຖຽນລະພາບຢູ່ເຂດຊາຍແດນ.    

        ຖະແຫຼງການໂດຍທ່ານລັດຖະມົນຕີການຕ່າງປະເທດ ຫວາງອີ ຍົກອອກມາພາຍຫຼັງການປະທະກັນລະຫວ່າງທະຫານສອງປະເທດຢູ່ເຂດ Tawang ຂອງລັດ Arunachal Pradesh ຂອງ ອິນເດຍ ໃນວັນທີ 9 ທັນວາ ກໍ່ຄືພາຍຫຼັງການເຈລະຈາຄັ້ງທີ 17 ຂັ້ນຜູ້ບັນຊາການກອງພົນໃຫຍ່ລະຫວ່າງສອງປະເທດໃນວັນທີ 20 ທັນວາທີ່ຜ່ານມາ.

        ທີ່ການເຈລະຈາຄັ້ງນີ້, ອິນເດຍ ແລະ ຈີນ ເປັນເອກະພາບຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພື້ນທີ່ຕົວຈິງເຂດ LAC; ເປັນເອກະພາບຮັກສາການຕິດຕໍ່ພົວພັນຢ່າງແໜ້ນແຟ້ນ, ຮັກສາການໂອ້ລົມເຈລະຈາຜ່ານຂົງເຂດການທະຫານ ແລະ ການທູດ, ພ້ອມທັງ ຊອກຫາມາດຕະການທີ່ອາດຈະຍອມຮັບໄດ້ໃຫ້ບັນຫາຕ່າງໆທີ່ຄົງຄ້າງໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ