ຈີນ ຂໍເຂົ້າເປັນສະມາຊິກ CPTPP ຢ່າງເປັນທາງການ

(VOVWORLD) -ທ່ານລັດຖະມົນຕີກະຊວງການຄ້າຈີນ ຫວາງຫວີນຕາວ ໄດ້ສົ່ງໃບຂໍເຂົ້າເປັນສະມາຊິກ CPTPP ເຖິງທ່ານລັດຖະມົນຕີກະຊວງການຄ້າ ນິວຊີແລນ Damien O'Connor.
ຈີນ ຂໍເຂົ້າເປັນສະມາຊິກ CPTPP ຢ່າງເປັນທາງການ - ảnh 1ທ່ານລັດຖະມົນຕີກະຊວງການຄ້າຈີນ ຫວາງຫວີນຕາວ
(ພາບ: THX/TTXVN)

ຕາມ Reuters ແລ້ວ, ວັນທີ 16 ກັນຍາ ລັດຖະມົນຕີກະຊວງການຄ້າຈີນ ໄດ້ຍື່ນສານຂໍເຂົ້າເປັນສະມາຊິກສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ຕາມກະຊວງການຄ້າ ຈີນ ແລ້ວ, ທ່ານລັດຖະມົນຕີກະຊວງການຄ້າຈີນ ຫວາງຫວີນຕາວ ໄດ້ສົ່ງໃບຂໍເຂົ້າເປັນສະມາຊິກ CPTPP ເຖິງທ່ານລັດຖະມົນຕີກະຊວງການຄ້າ ນິວຊີແລນ Damien O'Connor.

CPTPP ໄດ້ຮັບການລົງນາມຈາກ 11 ປະເທດ ເມື່ອປີ 2018. ສັນຍາດັ່ງກ່າວມີຜົນສັດສິດຢ່າງເປັນທາງການນັບແຕ່ວັນທີ 30 ທັນວາ 2018 ສຳລັບ 6 ກຸ່ມປະເທດທຳອິດໃຫ້ສັດຕະຍາບັນສັນຍາລວມມີ: ເມັກຊີໂກ, ຍີ່ປຸ່ນ, ສິງກະໂປ, ນິວຊີແລນ, ການາດາ ແລະ ອົດສະຕາລີ. ສຳລັບ ຫວຽດນາມ ແລ້ວ, ສັນຍາດັ່ງກ່າວມີຜົນສັກສິດນັບແຕ່ວັນທີ 14 ມັງກອນ 2019.

ຕອບກັບ

ຂ່າວ/ບົດ​ອື່ນ