ຈີນ ຈັດການປະຊຸມຂ່າວສິ້ນສຸດກອງປະຊຸມຂັ້ນສູງ APEC ຄັ້ງທີ 22

ຈີນ ຈັດການປະຊຸມຂ່າວສິ້ນສຸດກອງປະຊຸມຂັ້ນສູງ APEC ຄັ້ງທີ 22 - ảnh 1
ທ່ານ​ປະທານ​ປະ​ເທດ ສື່​ຈີນຜິ​ງ
(ພາບ: VTV1)

(vovworld) – ຕອນ​ບ່າຍ​ວັນ​ທີ 11/11, ທີ່​ປັກ​ກິ່ງ, ປະ​ເທດ​ຈີນ, ພາຍ​ຫຼັງອັດ​ກອງ​ປະຊຸມ​ຂັ້ນ​ສູງ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຟິກ (APEC) ຄັ້ງ​ທີ 22, ທ່ານ​ປະທານ​ປະ​ເທດ ສື່​ຈີນຜິ​ງ ​ໄດ້​ຈັດ​ການ​ປະ​ຊຸມຂ່າວ​ກັບ​ບັນດາ​ນັກ​ຂ່າວ​ຈີນ ​ແລະ ຕ່າງປະ​ເທດ​ກ່ຽວ​ກັບ​ໝາກຜົນ​ຂອງ​ກອງ​ປະຊຸມ. ທ່ານ​ປະທານ​ປະ​ເທດ ສື່​ຈີນຜິ​ງ ​ໃຫ້​ຮູ້​ວ່າ, ບັນດາ​ການ​ນຳ​ພື້ນຖານ​ເສດຖະກິດ​ສະມາຊິກ APEC ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ຫົວ​ຂໍ້ ພ້ອມ​ກັນ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ອາຊີ - ປາຊີ​ຟິກ ມຸ່ງ​ໄປ​ເຖິງ​ອະນາຄົດ​ເພື່ອ​ແນ​ໃສ່ຊຸກຍູ້​ການ​ພັດທະນາ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ປະຕິ​ຮູບ ​ແລະ ການ​ເຕີບ​ໂຕ, ​ເພີ່ມ​ທະວີ​ບົດບາດ​ຂອງ​ອາຊີ - ປາຊີ​ຟິກ ​ໃນ​ການ​ນຳ​ໜ້າພາ​ເສດຖະກິດ​ໂລກ. ກອງ​ປະຊຸມຕົກລົງ​ເລີ່​ມປະຕິບັດ​ວິວັດ​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​ອາຊີ - ປາຊີ​ຟິກ. ກອງ​ປະຊຸມກໍ່​ໄດ້​ຮັບຮອງ​ເອົາ “​ແຜນການ​ເຊື່ອມ​ຕໍ່” APEC, ກຳນົດ​ຄາດໝາຍປະຕິບັດວິ​ໄສ​ທັດ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່ຊ​ອບ​ແວ, ຮາດ​ແວ ​ແລະ ພົບ​ປະ​​ແລກປ່ຽນ​ລະຫວ່າງ​ມະນຸດດ້ວຍກັນ.

ຂ່າວ/ບົດ​ອື່ນ