ຈີນ ຈັດ​ວາງ​ຄໍາ​ສັ່ງ​ລົງ​ໂທດ​ສໍາລັບ ​ເຈົ້າໜ້າທີ່ອາ​ເມ​ລິ​ກາ 11 ທ່ານ

(VOVWORLD) -      ວັນທີ 10 ສິງຫາ, ຈີນ ໄດ້ຖະແຫຼງເລີ່ມຈັດວາງຄໍາສັ່ງລົງໂທດສໍາລັບເຈົ້າໜ້າທີ່ອາເມລິກາ 11 ທ່ານ, ໃນນັ້ນ ມີທ່ານ Ted Cruz ແລະ ທ່ານ Marco Rubio ສະມາຊິກສະພາສູງ.
ຈີນ ຈັດ​ວາງ​ຄໍາ​ສັ່ງ​ລົງ​ໂທດ​ສໍາລັບ ​ເຈົ້າໜ້າທີ່ອາ​ເມ​ລິ​ກາ 11 ທ່ານ - ảnh 1ທ່ານ Ted Cruz ແລະ ທ່ານ Marco Rubio ສະມາຊິກສະພາສູງອາເມລິກາ (ພາບ: REUTERS)

ກ່າວຄໍາເຫັນທີ່ການຖະແຫຼງຂ່າວ, ໂຄສົກກະຊວງການຕ່າງປະເທດ ຈີນ ຈາວຫຼິຈຽນ ຢັ້ງຢືນວ່າ ປັກກິ່ງ ໄດ້ຕົກລົງຈັດວາງຄໍາສັ່ງລົງໂທດສໍາລັບບຸກຄົນທີ່ມີການກະທໍາເກີນເຫດ ສໍາລັບບັນດາບັນຫາກ່ຽວຂ້ອງເຖິງ ຮົ່ງກົງ (ຈີນ). ເຖິງຢ່າງໃດກໍຕາມ, ທ່ານ ຈາວຫຼິຈຽນ ບໍ່ໃຫ້ຮູ້ລາຍລະອຽດກ່ຽວກັບຄໍາສັ່ງລົງໂທດດັ່ງກ່າວ.

        ກ່ອນໜ້ານັ້ນ, ວັນທີ 7 ສິງຫາ, ອາເມລິກາ ໄດ້ຈັດວາງຄໍາສັ່ງລົງໂທດສໍາລັບ ທ່ານນາງ ຫົວໜ້າເຂດປົກຄອງພິເສດຮົ່ງກົງ ຫຼີນເຈິງເຢ້ວເອື໊ອ ພ້ອມດ້ວຍເຈົ້າໜ້າທີ່ 10 ທ່ານຂອງຮົ່ງກົງ ແລະ ຈີນ ດ້ວຍຄໍາກ່າວຫາວ່າ “ເຮັດໃຫ້ສິດປົກຄອງດ້ວຍຕົນເອງຂອງເຂດ” ຖືກຊຸດໂຊມລົງ. ຕາມຄໍາສັ່ງລົງໂທດແລ້ວ, ຊັບສິນທັງໝົດຢູ່ ອາເມລິກາ ແລະ ຜົນປະໂຫຍດທີ່ກ່ຽວຂ້ອງຂອງບັນດາເຈົ້າໜ້າທີ່ໃນບັນຊີລາຍຊື່ ຫຼື ບັນດາອົງການຈັດຕັ້ງ ໂດຍເຂົາເຈົ້າເປັນກໍາມະສິດໂດຍກົງ ຫຼື ທາງອ້ອມ ແຕ່ 50% ຂຶ້ນໄປ ຖືກປິດລ້ອມ ແລະ ຕ້ອງໄດ້ລາຍງານໃຫ້ຫ້ອງການຄວບຄຸມຊັບສິນຕ່າງປະເທດ (OFAC) ຂອງກະຊວງການເງິນ ອາເມລິກາ. 

ຕອບກັບ

ຂ່າວ/ບົດ​ອື່ນ