ຈີນ ຈັດ​ວາງ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ໃໝ່​ ເລັ່ງ​ໃສ່ ອາ​ເມ​ລິ​ກາ ແລະ ກາ​ນາ​ດາ

(VOVWORLD) -ກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ບັນດາຄຳສັ່ງລົງໂທດໃໝ່ເລັ່ງໃສ່ການໂຕ້ຕອບເລື່ອງ ອາເມລິກາ ແລະ ການາດາ ໄດ້ຈັດວາງບັນດາຄຳສັ່ງລົງໂທດແບບລຳຟັງຝ່າຍດຽວ ເຊິ່ງເລັ່ງໃສ່ບັນດາສ່ວນບຸກຄົນ, ອົງການຢູ່ຊີນຈຽງ ໃນວັນທີ 22 ມີນາ ຜ່ານມາ ໂດຍອີ່ງໃສ່ບັນດາຂໍ້ມູນບໍ່ເປັນທາງການ.

ວັນທີ 27 ມີນາ, ກະຊວງການຕ່າງປະເທດ ຈີນ ໄດ້ປະກາດຄຳສັ່ງລົງໂທດໃໝ່ສຳລັບບັນດາສ່ວນບຸກຄົນ, ອົງການຂອງ ອາເມລິກາ ແລະ ການາດາ ເພື່ອໂຕ້ຕອບຄຳສັ່ງລົງໂທດກ່ອນນັ້ນຂອງສອງປະເທດນີ້ ເຊິ່ງເລັ່ງໃສ່ ຈີນ. ຕາມຖະແຫຼງການຂອງ ກະຊວງການຕ່າງປະເທດ ຈີນ ແລ້ວ, ບັນດາຄຳສັ່ງລົງໂທດໃໝ່ໄດ້ປະກາດໃຊ້ສຳລັບ ທ່ານ Gayle Manchin ປະທານຄະນະກຳມະການສິດເສລີໃນການເຫຼື້ອມຖື ສາກົນ ອາເມລິກາ (USCIRF) ແລະ ທ່ານ Tony Perkins ຮອງປະທານ USCIRF

ນອກຈາກນັ້ນ, ອຳນາດການປົກຄອງ ຈີນ ກໍ່ໄດ້ຈັດວາງຄຳສັ່ງລົງໂທດຕໍ່ທ່ານ Michael Chong ສະມາຊິກສະພາແຫ່ງຊາດ ການາດາ ແລະ ຄະນະກຳມະການສິດທິມະນຸດຂຶ້ນກັບ ຄະນະກຳມະທິການການພົວພັນຕ່າງປະເທດ ແລະ ພັດທະນາສາກົນ ຂອງ ສະພາຕ່ຳການາດາ. ຕາມຂໍ້ກຳນົດແລ້ວ, ບັນດາສ່ວນບຸກຄົນ ໃນບັນຊີລາຍຊື່ລົງໂທດ ຈະຖືກຫ້າມບໍ່ໃຫ້ເຂົ້າປະເທດຈີນ. ຄຳສັ່ງລົງໂທດກໍ່ຫ້າມບໍ່ໃຫ້ພົນລະເມືອງ ແລະ ບັນດາອົງການຂອງຈີນ ຮ່ວມມືກັບບັນດາສ່ວນບຸກຄົນ ແລະ ອົງການໃນບັນຊີລາຍຊື່ລົງໂທດ.

ກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ບັນດາຄຳສັ່ງລົງໂທດໃໝ່ເລັ່ງໃສ່ການໂຕ້ຕອບເລື່ອງ ອາເມລິກາ ແລະ ການາດາ ໄດ້ຈັດວາງບັນດາຄຳສັ່ງລົງໂທດແບບລຳຟັງຝ່າຍດຽວ ເຊິ່ງເລັ່ງໃສ່ບັນດາສ່ວນບຸກຄົນ, ອົງການຢູ່ຊີນຈຽງ ໃນວັນທີ 22 ມີນາ ຜ່ານມາ ໂດຍອີ່ງໃສ່ບັນດາຂໍ້ມູນບໍ່ເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ