ຈີນ ຈະກາຍເປັນປະເທດນຳເຂົ້າໃຫຍ່ ກ່ວາໝູ່ຢູ່ໂລກໃນອະນາຄົດອັນໃກ້ໆນີ້

ຈີນ ຈະກາຍເປັນປະເທດນຳເຂົ້າໃຫຍ່ ກ່ວາໝູ່ຢູ່ໂລກໃນອະນາຄົດອັນໃກ້ໆນີ້ - ảnh 1
( ພາບປະກອບ )
( vovworld ) - ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​​ໄສ​ຂັ້ນ​ສູງ​ພັດທະນາ​ຈີນ 2012, ​ເຊິ່ງຖືກ​ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 18 – 19/3, ທ່ານ​ລັດຖະມົນຕີ​ກະຊວງການ​ຄ້າ​ຈີນ ​ເຈີ​ນເຕີ​ໝິງ ​ໃຫ້​ຮູ້​ວ່າ​ປະ​ເທດ​ນີ້​ຈະ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ການ​ນຳ​ເຂົ້າ​​ໃຫຍ່ກ່ວາ​ໝູ່​ຢູ່​​ໂລກ​ໃນ​ໄລຍະອັນ​ໃກ້ໆ​ນີ້. ຕາມ​ທ່ານ ​ເຈີ​ນເຕີ​ໝິງ ​ແລ້ວ, ຈີນ ບໍ່​ພຽງ​ແຕ່​ສະໜອງ​​ບັນດາ​ຜະລິດ​ຕະຜັນທີ່ມີ​ຄຸນ​ນະພາ​ບ​ດ້ວຍ​ລາຄາ​ຖືກໃຫ້​ໂລກ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ປະ​ເທດ​ນຳ​ເຂົ້າ​ບັນດາ​ຜະລິດຕະຜັນ​ທີ່​ມີ​ຄຸນ​ນະພາ​ບສູງ​ຈາກ​ຄູ່​ຄ້າລາຍໃຫຍ່​ໃນ​ທົ່ວ​ໂລກອີກ​ດ້ວຍ. ຕາມ​ຕົວ​ເລກ​ຂອງ​ກົມ​ພາສີ​ຈີນ ແລ້ວ ປີ 2011 ຈີນ ​ອັດຕາເກີນ​ດູ​ນການ​ຄ້າ​ຂອງ​ປະ​ເທດ​ນີ້​ເພີ່ມ​ຂຶ້ນ 14,5% ( ​ເທົ່າ​ກັບ 155 ຕື້ 140 ລ້ານ USD ), ​ໃນ​ນັ້ນ​ການ​ນຳ​ເຂົ້າ​ເພີ່ມ​ຂຶ້ນ​ເກືອບ ¼, ຂຶ້ນ​ເຖິງ​ລະດັບ 1, 740 ຕື້ USD.
ຂ່າວ/ບົດ​ອື່ນ