ຈີນ ຊ້ອມຮົບຕ້ານ ກໍ່ການຮ້າຍຢູ່ປັກກິງ

ຈີນ ຊ້ອມຮົບຕ້ານ ກໍ່ການຮ້າຍຢູ່ປັກກິງ - ảnh 1
ຈີນ ຊ້ອມ​ຮົບ​ຕ້າ​ນ​ກໍ່​ການ​ຮ້າຍ​ຢູ່​ປັກ​ກິ​ງ
(ພາບ: AP)


(vovworld) – ວັນ​ທີ 27/09, ກົມ​ຕຳຫຼວດນະຄອນ​ປັກ​ກິ​ງ ​ໄດ້​ດຳ​ເນີນ​ການ​ຊ້ອມ​ຮົບ​ຕໍ່ສູ້​ຕ້ານ​ກໍ່​ການ​ຮ້າຍ ດ້ວຍ​ຂອບ​ຂະໜາດ​ໃຫຍ່​ຢູ່ 22 ​ແຫ່ງ​ແຕກ​ຕ່າງ​ກັນ​ໃນ​ທົ່ວ​ນະຄອນ. ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ມີ​ຕຳ​ຫຼວດກວ່າ 1.000 ຄົນ ທີ່ຂຶ້ນ​ກັບ 20 ກົມ​ກອງ ລວມມີ​: ກຳລັງ​ຕ້ານ​ກໍ່​ການ​ຮ້າຍ, ຕຳຫຼວດ​ເຮັດ​ໜ້າ​ທີ່​ພິ​ເສດ, ຕະຫຼວດລາດ​ຕາ​ເວັນ, ຕຳຫຼວດ​ທາງ​ລົດ​ໄຟ, ຕຳຫຼວດ​ປະກອບ​ອາ​ວຸດ… ຕາມກົມ​ຕຳຫຼວດນະຄອນ​ປັກ​ກິ​ງ ​ແລ້ວ, ນີ​ແມ່ນ​ການ​ຊ້ອມ​ຮົບ​ຄັ້ງ​ທີ 10 ກ່ຽວ​ກັບ​ການ​ຕ້ານ​ກໍ່​ການ​ຮ້າຍ​ຂອງ​ຕຳຫຼວດ​ປັກ​ກິ​ງ ນັບ​ແຕ່​ຕົ້ນ​ປີ 2014 ມາ​ຮອດ​ປະຈຸ​ບັນ, ມາດ​ຕະການ​ດັ່ງກ່າວ​ແມ່ນ​ເພື່ອ​​ແນ​ໃສ່​ປະຕິບັດ​ບັນດາ​ຄວາມ​ຮຽກຮ້ອງ​​ໃນວຽກ​ງານ​ຕ້ານ​ກໍ່​ການ​ຮ້າຍ​ຂອງ​ສູນ​ກາງ, ຄະນະພັກ​ກຳ​ແພງ​ນະຄ​​ອນ, ອຳນາດ​ການ​ປົກຄອງ​ນະຄອນ​ປັກ​ກິ​ງ ​ແລະ ກະຊວງ​ຕຳຫຼວດ.

ຂ່າວ/ບົດ​ອື່ນ