ຈີນ ຍິງ​​ລູກ​ສອນ​ໄຟ ​ຈ໊າງ​ເຈິ​ງ 5B ສໍາ​ເລັດ

(VOVWORLD) -ໃນເວລາ 18 ໂມງຂອງວັນທີ 5 ພຶດສະພາ, ລູກສອນໄຟ ຈ໊າງເຈິງ 5B ຂອງ ຈີນ ໄດ້ຍິງຂຶ້ນສູ່ວົງໂຄຈອນສໍາເລັດໃນການຍິງຄັ້ງທໍາອິດຢູ່ສູນຍິງດາວທຽມ ເວິ໊ນຈາງ, ແຂວງໄຮໜານ.
ຈີນ ຍິງ​​ລູກ​ສອນ​ໄຟ ​ຈ໊າງ​ເຈິ​ງ 5B ສໍາ​ເລັດ - ảnh 1ຈີນ ຍິງລູກສອນໄຟ ຈ໊າງເຈິງ 5B ສໍາເລັດ(ພາບ: nld.com.vn)

ວັນທີ 5 ພຶດສະພາ, ຈີນ ໄດ້ຖະແຫຼງການຍິງລູກສອນໄຟຈ໊າງເຈິງ 5B ສໍາເລັດ, ເຊິ່ງເປັນຂີດໝາຍໃຫ້ແກ່ເລື່ອງປະເທດນີ້ກ້າວເຂົ້າສູ່ໄລຍະທີ 3  ຂອງໂຄງການນໍາມະນຸດຂຶ້ນສູ່ອາວະກາດ ຢ່າງເປັນທາງການ, ໝາຍຄວາມວ່າ ກໍ່ສ້າງຫ້ອງທົດລອງຄົງທີ່ຢູ່ໃນອາວະກາດ. ໃນເວລາ 18 ໂມງຂອງວັນທີ 5 ພຶດສະພາ, ລູກສອນໄຟ ຈ໊າງເຈິງ 5B ຂອງ ຈີນ ໄດ້ຍິງຂຶ້ນສູ່ວົງໂຄຈອນສໍາເລັດໃນການຍິງຄັ້ງທໍາອິດຢູ່ສູນຍິງດາວທຽມ ເວິ໊ນຈາງ, ແຂວງໄຮໜານ.

ພາຍຫຼັງທີ່ປະຕິບັດສໍາເລັດ ໄລຍະທີ 3, ບັນດານັກບິນອາວະກາດ ແລະ ນັກວິທະຍາສາດຂອງ ຈີນ ຈະດໍາເນີນບັນດາການເຄື່ອນໄຫວທົດລອງເປັນປະຈໍາຢູ່ໃນອາວະກາດ, ສ້າງພື້ນຖານໃຫ້ແກ່ປະເທດນີ້ນໍາໃຊ້ ແລະ ຂຸດຄົ້ນຊັບພະຍາກອນທໍາມະຊາດໃນໂລກຈັກກະວານ.

ບິກທ້ວນ - ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈໍາ ຈີນ


ຕອບກັບ

ຂ່າວ/ບົດ​ອື່ນ