ຈີນ ຕັ້ງຄວາມຫວັງ ການສົ່ງອອກສິນຄ້າໄປຍັງຕະຫຼາດ ອາຟະລິກາ ຈະເພີ່ມຂຶ້ນ 50%

(VOVWORLD) - ຈີນ ຊົມເຊີຍ ເຂດການຄ້າເສລີ ອາຟະລິກາ (AFTA) ແລະ ຫວັງວ່າ ຈະເປີດບັນດາແງ່່ຫວັງການຮ່ວມມືໃໝ່ລະຫວ່າງ ຈີນ - ອາຟະລິກາ.

     ຈີນ ຖືວ່າ ເຂດການຄ້າເສລີ ແມ່ນສໍາຄັນທີ່ສຸດໃນວິວັດການເຊື່ອມໂຍງເຂົ້າກັບເສດຖະກິດຢູ່ອາຟະລິກາ, ເລີ່ມຕົ້ນໄລຍະພັດທະນາເສດຖະກິດ ແລະ ສັງຄົມຂອງບັນດາປະເທດ ອາຟະລິກາ ຢ່າງແຮງ. ຈີນຖືວ່າ ເລື່ອງເລີ່ມເຄື່ອນໄຫວເຂດການຄ້າເສລີນີ້ ຈະສ້າງກໍາລັງໜູນຢ່າງແຮງ ໃຫ້ທະວີບນີ້ ເພື່ອສ້າງພື້ນຖານເສດຖະກິດທົ່ວໂລກເປີດ, ພ້ອມທັງແມ່ນກາລະໂອກາດທີ່ດີ ໃຫ້ແກ່ການພັດທະນາຂອງບັນດາວິສາຫະກິດ ຈີນ, ເປີດກວ້າງການຮ່ວມມືເສດຖະກິດ ແລະ ການຄ້າຂອງຈີນ ຢູ່ ອາຟະລິກາ. ຄາດວ່າ ການສົ່ງອອກສິນຄ້າຂອງຈີນ ໄປຍັງບັນດາປະເທດ ອາຟະລິກາ ຈະເພີ່ມຂຶ້ນປະມານ 50%.

ຕອບກັບ

ຂ່າວ/ບົດ​ອື່ນ