ຈີນ ຖະ​ແຫຼງ​ການ​ຈະ​ໂຕ້​ຕອບ​ຄືນ ອາ​ເມ​ລິ​ກາ ​ທີ່ກ້ຽວ​ຂ້ອງ​ເຖິງ​ບັນ​ຫາ ຊີ​ຊ່າງ ແລະ ການ​ອຸ​ປະ​ຖຳ​ດ້ານ​ການ​ທະ​ຫານ​ໃຫ້​ແກ່ ໄຕ້​ຫວັນ (ຈີນ)

(VOVWORLD) -  ຈີນ ຖະແຫຼງວ່າ “ຈະເດັດດ່ຽວຄັດຄ້ານ ແລະ ບໍ່ຍອມຮັບບັນດາການກະທຳຂອງ ອາເມລິກາ ທີ່ຖືວ່າເປັນ ການກະທຳແຊກແຊງເຂົ້າວຽກງານພາຍໃນປະເທດນີ້ຢ່າງເດັດຂາດ”.
ຈີນ ຖະ​ແຫຼງ​ການ​ຈະ​ໂຕ້​ຕອບ​ຄືນ ອາ​ເມ​ລິ​ກາ ​ທີ່ກ້ຽວ​ຂ້ອງ​ເຖິງ​ບັນ​ຫາ ຊີ​ຊ່າງ ແລະ ການ​ອຸ​ປະ​ຖຳ​ດ້ານ​ການ​ທະ​ຫານ​ໃຫ້​ແກ່ ໄຕ້​ຫວັນ (ຈີນ) - ảnh 1ທ່ານໂຄສົກກະຊວງການຕ່າງປະເທດ ຈີນ ວາງເຫວີນປິນ (ພາບ: ກະຊວງການຕ່າງປະເທດ)

ການພົວພັນລະຫວ່າງ ຈີນ - ອາເມລິກາ ສືບຕໍ່ເຄັ່ງຕຶງຂຶ້ນຕື່ມ ໃນສະພາບການ ຢູ່ທີ່ການຖະແຫຼງຂ່າວດຳເນີນໃນຕອນບ່າຍວັນທີ 31 ສິງຫາ, ຢູ່ ປັກກິ່ງ, ທ່ານໂຄສົກກະຊວງການຕ່າງປະເທດ ຈີນ ວາງເຫວີນປິນ ຖະແຫຼງວ່າ ຈະໂຕ້ຕອບຄືນບັນດາເຈົ້າໜ້າທີ່ ອາເມລິກາ ທີ່ກ່ຽວຂ້ອງເຖິງບັນຫາ ຊີຊ່າງ ແລະ ເລື່ອງ ວໍຊິງຕັນ ອະນຸມັດບ້ວງເງິນອຸປະຖຳດ້ານການທະຫານທີ່ມີມູນຄ່າ 80 ລ້ານ USD ໃຫ້ແກ່ ໄຕ້ຫວັນ (ຈີນ).

        ຕາມນັ້ນແລ້ວ, ປັກກິ່ງ ຈະຈັດວາງບັນດາມາດຕະການຈຳກັດວິຊາສຳລັບບັນດາເຈົ້າໜ້າທີ່ ອາເມລິກາ, ຍ້ອນ “ເສກສັນປັ້ນແຕ່ງ, ໃສ່ຮ້າຍປ້າຍສີ ແລະ ແຊກແຊງເຂົ້າບັນດາບັນຫາທີ່ກ່ຽວຂ້ອງເຖິງ ຊີຊ່າງ ໃນຕະຫຼອດໄລຍະຍາວ”, ເພື່ອແນໃສ່ໂຕ້ຕອບຄືນບັນດາການກະທຳທີ່ຄ້າຍຄືກັນ ເຊິ່ງ ວໍຊິງຕັນ ປະຕິບັດຕໍ່ກັບບັນດາເຈົ້າໜ້າທີ່ ປັກກິ່ງ. ຈີນ ຖະແຫຼງວ່າ “ຈະເດັດດ່ຽວຄັດຄ້ານ ແລະ ບໍ່ຍອມຮັບບັນດາການກະທຳຂອງ ອາເມລິກາ ທີ່ຖືວ່າເປັນ ການກະທຳແຊກແຊງເຂົ້າວຽກງານພາຍໃນປະເທດນີ້ຢ່າງເດັດຂາດ”.

        ໃນຂະນະນັ້ນ, ໂຄສົກກະຊວງປ້ອງກັນປະເທດ ຈີນ ອູຈຽນ ກໍຖະແຫຼງວ່າ ກອງທັບປະເທດນີ້ “ຈະປະຕິບັດທຸກມາດຕະການທີ່ຈຳເປັນ, ເດັດດ່ຽວໂຕ້ຕອບຄືນ” ການກະທຳທີ່ກ່ຽວຂ້ອງເຖິງບ້ວງເງິນອຸປະຖຳດ້ານການທະຫານຂອງ ອາເມລິກາ ທີ່ມີຕໍ່ ໄຕ້ຫວັນ (ຈີນ). ນີ້ແມ່ນບ້ວງເງິນອຸປະຖຳທຳອິດຂອງ ອາເມລິກາ ທີ່ສະຫງວນໃຫ້ແກ່ ໄຕ້ຫວັນ (ຈີນ) ຕາມໂຄງການອຸປະຖຳດ້ານການທະຫານຕ່າງປະເທດ (FMF).

ບິກທ້ວນ - ນັກຂ່າວ VOV ປະຈຳ ຈີນ


 

ຕອບກັບ

ຂ່າວ/ບົດ​ອື່ນ