ຈີນ ປະກາດແຜນການຈັດກອງປະຊຸມສຸດຍອດ ກັບບັນດາປະເທດ ອາຊີກາງ

(VOVWORLD) - ໂດຍໄດ້ຮັບຄຳເຊີນຈາກທ່ານປະທານປະເທດ ຈີນ ສີຈີ້ນຜິງ, ປະທານາທິບໍດີ ບັນດາປະເທດຄື: ກາຊັກສະຖານ, ກຽກກິດສະຖານ, ຕັດຈິກິດສະຖານ ແລະ ອຸດສະເບກິດສະຖານ ກໍ່ໄດ້ມີການຢ້ຽມຢາມ ທາງລັດຖະກິດ ຈີນ ແຕ່ວັນທີ 16 – 20 ພຶດສະພາ.
ຈີນ ປະກາດແຜນການຈັດກອງປະຊຸມສຸດຍອດ ກັບບັນດາປະເທດ ອາຊີກາງ - ảnh 1ທ່ານປະທານປະເທດ ຈີນ ສີຈີ້ນຜິງ
(ພາບ: AFP/TTXVN)

ວັນທີ 8 ພຶດສະພາ, ໂທລະພາບ ສູນກາງ ປະເທດ ຈີນ ໄດ້ໃຫ້ຂ່າວ ກ່ຽວກັບກອງປະຊຸມສຸດຍອດ ຈີນ - ອາຊີກາງ ເຊິ່ງຈະຈັດຂຶ້ນໃນເວລາ 2 ວັນ, ແຕ່ວັນທີ 18 – 19 ພຶດສະພາ ຢູ່ແຂວງ ສານຊີ, ປະເທດຈີນ. ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຈະເປັນປະທານກອງປະຊຸມສຸດຍອດນີ້.

        ແລະກໍ່ໃນວັນດຽວກັນ, ທ່ານນາງ ຄວາຊວນຢິ໋ງ, ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊີນຈາກທ່ານປະທານປະເທດ ຈີນ ສີຈີ້ນຜິງ, ປະທານາທິບໍດີ ບັນດາປະເທດຄື: ກາຊັກສະຖານ, ກຽກກິດສະຖານ, ຕັດຈິກິດສະຖານ ແລະ ອຸດສະເບກິດສະຖານ ກໍ່ໄດ້ມີການຢ້ຽມຢາມ ທາງລັດຖະກິດ ຈີນ ແຕ່ວັນທີ 16 – 20 ພຶດສະພາ.

ຕອບກັບ

ຂ່າວ/ບົດ​ອື່ນ