ຈີນ ປະກາດແຜນການປະຕິຮູບ ໂຄງປະກອບລັດຖະບານ ຄືນໃໝ່

ຈີນ ປະກາດແຜນການປະຕິຮູບ ໂຄງປະກອບລັດຖະບານ ຄືນໃໝ່ - ảnh 1
(ພາບປະກອບ)
(vovworld) - ວັນ​ທີ 10/03, ​ໃນ​ບົດ​ລາຍ​ງານ​ທີ​ກອງ​ປະຊຸມ​ປະຈຳ​ປີ ສະພາ​ປະຊາຊົນແຫ່ງ​ຊາດ​ຈີນ ຊຸດ​ທີ 12, ກຳ​ມະ​ການ​ລັດຖະບານທ່ານ ໝ່າ​ຄາຍ ​ໃຫ້​ຮູ້​ວ່າ ລັດຖະບານຂອງ​ປະ​ເທດ​ນີ້​ມີ​ແຜນການ​ປ່ຽນ​ໃໝ່​ບັນດາ​ບົດບາດ​ໜ້າ​ທີ່​ຂອງ​ລັດຖະບານ​ຢູ່ລະດັບ​ກະຊວງ​ຢ່າງ​ແຮງ ​ເພື່ອ​ຫຼຸດຜ່ອນ​ການ​ແຊກ​ແຊງ​ດ້ານບໍລິຫານ​ເຂົ້າ​ໃນ​ບັນຫາ​ຕະຫຼາດ ​ແລະ ສັງຄົມ. ທ່ານ ໝ່າ​ຄາຍ ​ເນັ້ນ​ໜັກ​ວ່າ ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ລັດຖະບານ​ພວມ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ບັນຫາ​ຈຸ​ລະ​ພາກ ຫຼາຍ​ເກີນ​ໄປ. ນີ້​ແມ່ນ​ການ​ປະຕິ​ຮູບ​​ໂຄງ​ປະກອບຄັ້ງ​ທີ 7 ຂອງ​ລັດຖະບານ​ຈີນ ​ໃນ​ໄລຍະ 3 ທົດ​ສະ​ວັດ​ຜ່ານ​ມາ. ຕາມ​ແຜນການ​ແລ້ວ​, ຈຳນວນ​ກະຊວງ​ຈະ​ຫຼຸດ​​ຈາກ 27 ລົງ​ເຫຼືອພຽງ​ 25 ກະຊວງ​, ໃນ​ຂະນະ​ນັ້ນບາງ​ອົງການ, ຂະ​ແໜງ​ການ​ກໍໄດ້​ຮັບ​ການ​ສ້າງ​ໂຄງ​ປະກອບຄືນ​ໃໝ່. ​ໃນ​ບົດ​ລາຍ​ງານ​ວຽກ​ງານ​ຂອງລັດຖະບານ​ທີ່​ພິທີ​ໄຂກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອ​ທີ 1 ສະພາ​ປະຊາຊົນແຫ່ງ​ຊາດ​ຈີນ ຊຸດ​ທີ 12 ​ເມື່ອ​ວັນ​ທີ 05/03 ຜ່ານ​ມາ, ທ່ານ​​ນາຍົກລັດຖະມົນຕີເວີນ​ເຈຍ​ປາວ ​ໃຫ້​ຄຳ​ໝັ້ນ​ສັນຍາວ່າ ​ຈະ​ສືບ​ຕໍ່​ປ່ຽນ​ໃໝ່​ບັນດາ​ບົດບາດ​ໜ້າ​ທີ​ຂອງ​ລັດຖະບານ, ​ຕັດ​ແຍກ​ການ​ຄຸ້ມ​ຄອງ​ດ້ານ​ບໍລິຫານ​ອອກ​ຈາກ​ການ​ຄຸ້ມ​ຄອງ​ວິ​ສາ​ຫະກິດ, ຊັບ​ສິນ​ແຫ່ງ​ຊາດ, ບັນດາວຽກ​ງານ​ຂອງ​ລັດ ​ແລະ ບັນດາອົງການ​ຈັດ​ຕັ້ງ​ສັງຄົມ​ເພື່ອ​ສ້າງລັດຖະບານ​​ໃຫ້ມີ​ປະສິດ​ທິຜົນ.
ຂ່າວ/ບົດ​ອື່ນ