ຈ​ີນ ປາດ​ຖະ​ໜາຢາກ ພ້ອມ​ກັບ​ອາ​ຊຽນ ຊຸກ​ຍູ້​ຂົງ​ເຂດ​ຮ່ວມ​ມື​ແທດ​ຈິງ​ໃໝ່

(VOVWORLD) -ທ່ານ ຫວາງອີ່ ໄດ້ຍົກອອກຄຳເຫັນດັ່ງກ່າວໃນຂະນະທີ່ຮ່ວມງານລ້ຽງ ສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງຝ່າຍ.
ຈ​ີນ ປາດ​ຖະ​ໜາຢາກ ພ້ອມ​ກັບ​ອາ​ຊຽນ ຊຸກ​ຍູ້​ຂົງ​ເຂດ​ຮ່ວມ​ມື​ແທດ​ຈິງ​ໃໝ່ - ảnh 1ທ່ານ ຫວາງອີ່ ກຳມະການຄະນະລັດຖະບານ, ລັດຖະມົນຕີກະຊວງການຕ່າງປະເທດ ຈີນ (ພາບ: AFP/TTXVN)

ວັນທີ 8 ຕຸລາ, ທ່ານ ຫວາງອີ່ ກຳມະການຄະນະລັດຖະບານ, ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ໄດ້ເນັ້ນໜັກວ່າ ປີນີ້ ແມ່ນປີ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຈີນ ແລະ ອາຊຽນ, ດັ່ງນັ້ນ ສອງຝ່າຍຄວນຮັກສາບົດຮຽນ, ປະສົບການທີ່ລ້ຳຄ່າໃນ 30 ປີຜ່ານມາ ແລະ ກໍ່ສ້າງປະຊາຄົມຮ່ວມຊາກຕະກຳໃຫ້ມີຄວາມສະໜິດສະໜົມຂຶ້ນຕື່ມ.

ທ່ານ ຫວາງອີ່ ໄດ້ຍົກອອກຄຳເຫັນດັ່ງກ່າວໃນຂະນະທີ່ຮ່ວມງານລ້ຽງ ສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງຝ່າຍ. ທ່ານ ຫວາງອີ່ ໄດ້ຮຽກຮ້ອງໃຫ້ສອງຝ່າຍຊຸກຍູ້ຂົງເຂດຮ່ວມມືແທດຈິງໃໝ່, ຂຸດຄົ້ນຢ່າງແຮງກ່ຽວກັບຂົງເຂດທີ່ຫາກໍ່ພົ້ນເດັ່ນເປັນຕົ້ນແມ່ນ: ພື້ນຖານເສດຖະກິດດີຈີຕອນ, ປ່ຽນແປງໃໝ່ວິທະຍາສາດ - ເຕັກໂນໂລຢີ ແລະ ເສດຖະກິດຂຽວ ເພື່ອຊຸກຍູ້ການຫັນປ່ຽນຂຽວ ໃນພາກພື້ນ ແລະ ພັດທະນາແບບຍືນຍົງ. ທ່ານຫວ່າງອີ້ ໃຫ້ຮູ້ວ່າ ຈີນຈະສືບຕໍ່ມານະພະຍາຍາມສະໜອງວັກຊິນ  ແລະ ແຫຼ່ງກຳລັງອື່ນໆ ເພື່ອໜູນຊ່ວຍບັນດາປະເທດ ອາຊຽນ ຕ້ານໂລກລະບາດໂຄວິດ - 19

ຕອບກັບ

ຂ່າວ/ບົດ​ອື່ນ