ຈີນ ຜະລິດ​ຢາງວດ​ທໍາ​ອິດ ສາມາດ​ຮັບ​ມື​ກັບ ​ໄວຣັດ Covid – 19

(VOVWORLD) -ຈີນ ໄດ້ອອກໃບອະນຸຍາດໃຫ້ ບໍລິສັດການຢາ Hisun ເຈື້ອຈຽງ ຜະລິດຢາງວດທໍາອິດ ທີ່ສາມາດປິ່ນປົ່ວ ເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ (Covid – 19). 
ຈີນ ຜະລິດ​ຢາງວດ​ທໍາ​ອິດ ສາມາດ​ຮັບ​ມື​ກັບ ​ໄວຣັດ Covid – 19 - ảnh 1 (ພາບປະກອບ: AP)

        ວັນທີ 17 ກຸມພາ, ຈີນ ໄດ້ອອກໃບອະນຸຍາດໃຫ້ ບໍລິສັດການຢາ Hisun ເຈື້ອຈຽງ ຜະລິດຢາງວດທໍາອິດ ທີ່ສາມາດປິ່ນປົ່ວ ເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ (Covid – 19). ຕາມແຈ້ງການຂອງອໍານາດການປົກຄອງແຂວງ ເຈື້ອຈຽງ, ປະເທດ ຈີນ ໃຫ້ຮູ້ວ່າ ໃນໄລຍະເກີດໂລກລະບາດ Covid – 19, ນີ້ແມ່ນຢາຊະນິດທໍາອິດ ຢູ່ ຈີນ ໄດ້ຮັບອະນຸຍາດຢ່າງເປັນທາງການ ເພື່ອນໍາເຂົ້າບັນຊີລາຍຊື່ຢາຊະນິດຕ່າງໆທີ່ໃຊ້ປິ່ນປົວໂລກລະບາດດັ່ງກ່າວ. ຊື່ຂອງຢາຊະນິດນີ້ ເມື່ອກ່ອນນີ້ ເອີ້ນວ່າ Favipiravir ຫຼື Avigan.


ຕອບກັບ

ຂ່າວ/ບົດ​ອື່ນ