ຈີນ ພ້ອມແລ້ວທີ່ຈະເຈລະຈາກັບ ອາເມລິກາ ກ່ຽວກັບການຄ້າ

(VOVWORLD) - ຕາມທ່ານ ຫວາງສີຊ່ານ ແລ້ວ, ໃນປັດຈຸບັນ ໂລກກຳລັງຕ້ອງປະເຊີນໜ້າກັບຫຼາຍບັນຫາໃຫຍ່, ຮຽກຮ້ອງໃຫ້ມີການຮ່ວມມືກັນຢ່າງແໜ້ນແຟ້ນ ລະຫວ່າງ ອາເມລິກາ ແລະ ຈີນ

ຈີນ ພ້ອມແລ້ວທີ່ຈະເຈລະຈາກັບ ອາເມລິກາ ກ່ຽວກັບການຄ້າ - ảnh 1 ທ່ານຮອງປະທານປະເທດ ຈີນ ຫວາງສີຊ່ານ

(ພາບ:Reuters)

ເມື່ອກ່າວຄຳເຫັນໃນວັນທີ 6 ພະຈິກ, ທີ່ເວທີປາໄສເສດຖະກິດໃໝ່ Bloomberg ຈັດຂຶ້ນຢູ່ ສິງກະໂປ, ທ່ານຮອງປະທານປະເທດ ຈີນ ຫວາງສີຊ່ານ ໃຫ້ຮູ້ວ່າ ປະເທດນີ້ພ້ອມແລ້ວທີ່ຈະເຈລະຈາ ແລະ ສົມທົບກັບ ອາເມລິກາ ເພື່ອແກ້ໄຂບັນດາຂໍ້ຂັດແຍ່ງທາງດ້ານການຄ້າ, ເພື່ອໃຫ້ສອງພື້ນຖານເສດຖະກິດແຖວໜ້າຂອງໂລກ ຈະລ້ວນແຕ່ເກີດຜົນເສຍຫາຍເມື່ອສູ້ຢັນກັນ.

ຕາມທ່ານ ຫວາງສີຊ່ານ ແລ້ວ, ໃນປັດຈຸບັນ ໂລກກຳລັງຕ້ອງປະເຊີນໜ້າກັບຫຼາຍບັນຫາໃຫຍ່, ຮຽກຮ້ອງໃຫ້ມີການຮ່ວມມືກັນຢ່າງແໜ້ນແຟ້ນ ລະຫວ່າງ ອາເມລິກາ ແລະ ຈີນ. ທ່ານຮອງປະທານປະເທດຈີນ ເນັ້ນໜັກວ່າ ຄວາມຫຍໍ້ທໍ້ ແລະ ຄຽດແຄ້ນ ບໍ່ແມ່ນວິທີການເໝາະສົມ ທີ່ຈະສາມາດແກ້ໄຂບັນຫາທີ່ເກີດຂຶ້ນຈາກຂະບວນວິວັດແຫ່ງການໂລກາພິວັດພື້ນຖານເສດຖະກິດໄດ້. ຄ້າຍຄືແນວນັ້ນ, ບັນດາສິ່ງກີດຂວາງການຄ້າ ຫຼື ການຖົກຖຽງກັນບໍ່ສາມາດຊ່ວຍແກ້ໄຂບັນດາບັນຫາທີ່ບໍ່ລົງຮອຍກັນ ຂອງ ຈີນ ແລະ ອາເມລິກາ. ທ່ານ ຫວາງສີຊ່ານ ຢັ້ງຢືນວ່າ ປັກກິ່ງ ສະໜັບສະໜູນບັນດາການແກ້ໄຂຂໍ້ຂັດແຍ່ງສາກົນຜ່ານບັນດາຂໍ້ກຳນົດ ແລະ ຄວາມເຫັນດີເຫັນພ້ອມ, ກໍ່ຄືການຄັດຄ້ານລັດທິຝ່າຍດຽວ ແລະ ອາລັກຂາ. ຈີນ ຈະຮັກສາທ່າທີ ແລະ ມີສະຕິ, ເປີດອົກເປີດໃຈກວ່າເກົ່າ ແລະ ຮ່ວມມືເພື່ອຜົນປະໂຫຍດລວມ.

ຕອບກັບ

ຂ່າວ/ບົດ​ອື່ນ