ຈີນ ຢາ​ກ​ສົມ​ທົບ​ກັບ ລັດ​ເຊຍ ເພື່ອ​ສ້າງ​ແຜນ​ການ​ພົວ​ພັນ​ສອງ​ຝ່າຍ ແລະ ​ຮ່ວມ​ມື​ຢ່າງ​ແທດ​ຈິງ

(VOVWORLD) - ຕອນຄ່ຳວັນທີ 21 ມີນາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄດ້ເລີ່ມດຳເນີນການພົບປະເຈລະຈາຢ່າງເປັນທາງການຢູ່ວັງ Kremlin, ໃນຂອບເຂດການຢ້ຽມຢາມ ລັດເຊຍ ຂອງການນຳຈີນ.
ຈີນ ຢາ​ກ​ສົມ​ທົບ​ກັບ ລັດ​ເຊຍ ເພື່ອ​ສ້າງ​ແຜນ​ການ​ພົວ​ພັນ​ສອງ​ຝ່າຍ ແລະ ​ຮ່ວມ​ມື​ຢ່າງ​ແທດ​ຈິງ - ảnh 1ທ່ານປະທານປະເທດ ຈີນ ສີຈີ້ນຜິງ ກັບ ທ່ານປະທານາທິບໍດີ ລັດເຊຍ Vladimir Putin  (ພາບ: AFP/TTXVN)

ທີ່ການພົບປະເຈລະຈາ, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຊີ້ແຈ້ງວ່າ ຢາກເຮັດວຽກກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ເພື່ອສ້າງແຜນການພົວພັນສອງຝ່າຍ ແລະ ການຮ່ວມມືຢ່າງແທດຈິງ ເພື່ອແນໃສ່ຊຸກຍູ້ການພັດທະນາ ແລະ ນຳມາເຊິ່ງພະລັງຊີວິດໃໝ່ໃຫ້ແກ່ສອງປະເທດ. ສ່ວນທ່ານປະທານາທິບໍດີ Putin ກໍເຊື່ອໝັ້ນວ່າ ການພົວພັນຮ່ວມມືໃນຫຼາຍດ້ານລະຫວ່າງ ລັດເຊຍ ແລະ ຈີນ ຈະສືບຕໍ່ພັດທະນາ. ການນຳສອງທ່ານກໍໄດ້ປຶກສາຫາລືກ່ຽວກັບໂຄງການທໍ່ສົ່ງອາຍແກັດ Siberia 2 ຈາກ ລັດເຊຍ ໄປຍັງ ຈີນ, ແລ່ນຜ່ານ ມົງໂກນ ດ້ວຍກຳລັງການຂົນສົ່ງ 50 ຕື້ ແມັດກ້ອນ ຕໍ່ປີ.

        ພາຍຫຼັງການພົບປະເຈລະຈາ, ການນຳສອງທ່ານໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລັດເຊຍ - ຈີນ ໃນໄລຍະຈະມາເຖິງ. ກ່ຽວກັບບັນຫາ ຢູແກຼນ, ລັດເຊຍ ຢັ້ງຢືນຄືນຄຳໝັ້ນສັນຍາວ່າ ການເຊື່ອມຕໍ່ການເຈລະຈາໂດຍສັນຕິວິທີກັບ ຢູແກຼນ ຍິ່ງໄວກໍຍິ່ງດີ. ພ້ອມດຽວກັນນັ້ນ, ຈີນ ແລະ ລັດເຊຍ ກໍຮຽກຮ້ອງໃຫ້ຢຸດຕິທຸກການກະທຳທີ່ກໍ່ຄວາມເຄັ່ງຕຶງ ແລະ ເຮັດໃຫ້ການປະທະກັນແກ່ຍາວ, ເພື່ອສະກັດກັ້ນວິກິດການບໍ່ໃຫ້ເກີດຄວາມຮ້າຍແຮງກວ່າອີກ. ສອງປະເທດກໍຄັດຄ້ານທຸກມາດຕະການລົງໂທດຕາມລຳພັງຝ່າຍດຽວໃດ ທີ່ບໍ່ໄດ້ຮັບອະນຸຍາດຈາກສະພາຄວາມໝັ້ນຄົງ ສປຊ.



ຕອບກັບ

ຂ່າວ/ບົດ​ອື່ນ