ຈີນ, ລັດ​ເຊຍ ຕໍ່​ກຳ​ນົດ​ເວ​ລາ​ສົນ​ທິ​ສັນ​ຍາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄ​ຽງມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ທີ່​ເປັນ​ມິດ

(VOVWORLD) -ການນຳສອງທ່ານ ໄດ້ປະກາດຖະແຫຼງການລວມ ພາຍຫຼັງກອງປະຊຸມທາງອອນລາຍ  ທີ່ໄດ້ຈັດຂຶ້ນໃນວັນທີ 28 ມິຖຸນາ. 
ຈີນ, ລັດ​ເຊຍ ຕໍ່​ກຳ​ນົດ​ເວ​ລາ​ສົນ​ທິ​ສັນ​ຍາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄ​ຽງມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ທີ່​ເປັນ​ມິດ - ảnh 1ທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: Reuters)

ວັນທີ 28 ມິຖຸນາ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ປະກາດຕໍ່ກຳນົດເວລາສົນທິສັນຍາ ປະເທດບ້ານໃກ້ເຮືອນຄຽງມິດຕະພາບ ແລະ ການຮ່ວມມືທີ່ເປັນມິດ ລະຫວ່າງ ຈີນ ແລະ ລັດເຊຍ ຢ່າງເປັນທາງການ.

ການນຳສອງທ່ານ ໄດ້ປະກາດຖະແຫຼງການລວມ ພາຍຫຼັງກອງປະຊຸມທາງອອນລາຍ  ທີ່ໄດ້ຈັດຂຶ້ນໃນວັນທີ 28 ມິຖຸນາ. ກອງປະຊຸມນີ້ໄດ້ດຳເນີນເປັນເວລາ 3 ວັນ ກ່ອນການສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຈິນ ແລະ ການສະເຫຼີມສະຫຼອງ 20 ປີແຫ່ງວັນເຊັນສົນທິສັນຍາປະເທດບ້ານໃກ້ເຮືອນຄຽງມິດຕະພາບ ແລະ ການຮ່ວມມືທີ່ເປັນມິດ ລະຫວ່າງ ຈີນ ແລະ ລັດເຊຍ. ສົນທິສັນຍານີ້ ໄດ້ລົງນາມໃນເດືອນ ກໍລະກົດ 2001 ຢູ່ນະຄອນຫຼວງ ມົດສະກູ ຂອງລັດເຊຍ. ເດືອນ ມີນາ ທີ່ຜ່ານມາ, ສອງປະເທດໄດ້ເຫັນດີເປັນເອກະພາບ ຕໍ່ກຳນົດເວລາສົນທິສັນຍາດັ່ງກ່າວຕື່ມອີກ 5 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ