ຈີນ - ລາວ ຈັດ​ຕັ້ງ​ກອງ​ປະຊຸມ​ປຶກສາ​ຫາລື​ດ້ານການ​ຕ່າງປະ​ເທດ​ຜ່ານ​ທາງ​ອອນ​ລາຍ ກ່ຽວກັບ​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ໂລກລະບາດ​ໂຄ​ວິດ - 19

(VOVWORLD) -ເຈົ້າໜ້າທີ່ສອງຝ່າຍໄດ້ຕີລາຄາວ່າ ພາຍໃຕ້ການຊີ້ນໍາຂອງການນໍາພັກ ແລະ ລັດສອງປະເທດ, ສະພາບການໂລກລະບາດຢູ່ ຈີນ ແລະ ລາວ ໄດ້ຮັບການຄວບຄຸມໂດຍພື້ນຖານ, ການດໍາລົງຊີວິດ ແລະ ການຜະລິດ ໄດ້ຮັບການຟື້ນຟູເທື່ອລະກ້າວ.

        ຈີນ ແລະ ລາວ ໄດ້ຈັດຕັ້ງກອງປະຊຸມປຶກສາຫາລືດ້ານການຕ່າງປະເທດທາງອອນລາຍ ໃນວັນທີ 30 ມິຖຸນາ, ພາຍໃຕ້ການເປັນປະທານຂອງທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫຼົ໊ວຈາວໄຄວ     ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານ ເພື່ອແນໃສ່ແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງສອງຝ່າຍ ໃນການຕໍ່ສູ້, ປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19.

        ທີ່ກອງປະຊຸມ, ເຈົ້າໜ້າທີ່ສອງຝ່າຍໄດ້ຕີລາຄາວ່າ ພາຍໃຕ້ການຊີ້ນໍາຂອງການນໍາພັກ ແລະ ລັດສອງປະເທດ, ສະພາບການໂລກລະບາດຢູ່ ຈີນ ແລະ ລາວ ໄດ້ຮັບການຄວບຄຸມໂດຍພື້ນຖານ, ການດໍາລົງຊີວິດ ແລະ ການຜະລິດ ໄດ້ຮັບການຟື້ນຟູເທື່ອລະກ້າວ. ສອງຝ່າຍ ກໍໄດ້ສຸມໃສ່ປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມືໃນຂອບເຂດຫຼາຍຝ່າຍຄື ສປຊ, ການຮ່ວມມືໃນພາກພື້ນ ອາຊີຕາເວັນອອກ, ການຮ່ວມມືໃນພາກພື້ນແມ່ນໍ້າຂອງ, ພ້ອມກັນຊຸກຍູ້ການພົວພັນລະຫວ່າງ ຈີນ - ອາຊຽນ ເພື່ອແນໃສ່ຮັບປະກັນລະບົບການສະໜອງ, ລະບົບການຜະລິດໃຫ້ລຸລ່ວງ. ນອກຈາກນັ້ນ, ສອງຝ່າຍກໍໄດ້ສຸມໃສ່ປຶກສາຫາລືກ່ຽວກັບການເປີດປະຕູດ່ານຊາຍແດນສໍາລັບການໄປມາທີ່ຈໍາເປັນ ແລະ ຮີບດ່ວນລະຫວ່າງສອງປະເທດ ຈີນ - ລາວ.


ຕອບກັບ

ຂ່າວ/ບົດ​ອື່ນ