ຈີນ, ສ​ປ​ປ.ເກົາຫຼີ ປຶກ​ສາ​ຫາ​ລື​ວິ​ທີ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ

(VOVWORLD) - ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ສຸມໃສ່ “ປຶກສາຫາລື ບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງນະໂຍບາຍ ຕັ້ງໜ້າຊຸກຍູ້ການແລກປ່ຽນ ແລະ ຮ່ວມມືສອງຝ່າຍໃນທຸກຂົງເຂດ, ລວມມີດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ
ຈີນ, ສ​ປ​ປ.ເກົາຫຼີ ປຶກ​ສາ​ຫາ​ລື​ວິ​ທີ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ - ảnh 1ທ່ານ Zhao Leji ປະທານຄະນະປະຈຳສະພາຜູ້ແທນປະຊາຊົນ ແຫ່ງຊາດ ຈີນ  ແລະ ທ່ານ Choe Ryong Hae ປະທານຄະນະປະຈຳສະພາປະຊາຊົນສູງສຸດ ສປປ.ເກົາຫຼີ (ພາບ: THX)

ວັນທີ 11 ເມສາ, ທ່ານ Zhao Leji ກຳມະການຜູ້ປະຈຳການກົມການເມືອງ ສູນກາງພັກກອມມູນິດ ຈີນ, ປະທານຄະນະປະຈຳສະພາຜູ້ແທນປະຊາຊົນ ແຫ່ງຊາດ ຈີນ ໄດ້ເຂົ້າຮ່ວມບັນດາເຫດການສ້າງຂີດໝາຍ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຈີນ ແລະ ສປປ.ເກົາຫຼີ.

ໃນຂອບເຂດການຢ້ຽມຢາມ, ທ່ານ Zhao Leji ໄດ້ມີການພົບປະເຈລະຈາກັບທ່ານ Choe Ryong Hae ປະທານຄະນະປະຈຳສະພາປະຊາຊົນສູງສຸດ ສປປ.ເກົາຫຼີ. ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ສຸມໃສ່ “ປຶກສາຫາລື ບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງນະໂຍບາຍ ຕັ້ງໜ້າຊຸກຍູ້ການແລກປ່ຽນ ແລະ ຮ່ວມມືສອງຝ່າຍໃນທຸກຂົງເຂດ, ລວມມີດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ, ເໝາະສົມກັບຄວາມມຸ່ງຫວັງອັນສູງສົ່ງຂອງການນຳຂັ້ນສູງສອງພັກ, ສອງລັດ”. ສອງຝ່າຍໄດ້ປະກາດວ່າ ປີ 2024 ແມ່ນປີ ມິດຕະພາບ ສປປ.ເກົາຫຼີ - ຈີນ”, ດັ່ງນັ້ນຕ້ອງພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ສປປ.ເກົາຫຼີ - ຈີນ ໃຫ້ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ