ຈີນ ສະຫນັບສະຫນູນວິທີການສຳຜັດຂອງ ອາຊຽນ ໃນບັນຫາສະພາບການຢູ່ ມຽນມາ

(VOVWORLD) - ທ່ານ ຫວາງອີ ລັດຖະມົນຕີການຕ່າງປະເທດ ຈີນ ຖະແຫລງວ່າ ປັກກີ່ງ ຈະພົວພັນຕິດຕໍ່ ແລະ ຮ່ວມມືກັບທຸກຝ່າຍ ພ້ອມທັງ ສົມທົບກັບ ອາຊຽນ ເພື່ອຊຸກຍູ້ການເຈລະຈາສັນຕິພາບ ຢູ່ ມຽນມາ ແລະ ຫລຸດຜ່ອນຄວາມເຄັ່ງຕຶງຢູ່ປະເທດນີ້ ຍິ່ງໄວເທົ່າທີ່ຈະໄວໄດ້.

ຈີນ ສະຫນັບສະຫນູນວິທີການສຳຜັດຂອງ ອາຊຽນ ໃນບັນຫາສະພາບການຢູ່ ມຽນມາ - ảnh 1ຊາວ ມຽນມາ ແຫ່ຂະບວນປະທ້ວງຢູ່ ນຄອນ Yangon ເມື່ອວັນທີ 8/3/2021
ພາບ: AFP/TTXVN

ຄຳປາໄສດັ່ງກ່າວ ໂດຍທ່ານ ຫວາງອີ ຍົກອອກມາ ໃນການພົບປະສະເພາະຕ່າງຫາກ ເພື່ອແນໃສ່ແລກປ່ຽນທັດສະນະກ່ຽວກັບສະພາບການ ມຽນມາ ຕໍ່ກັບຄູ່ຕຳແຫນ່ງ ສິງກະໂປ, ອິນໂດເນເຊຍ ແລະ ຟິລີບປິນ ໃນຂອບເຂດການຢ້ຽມຢາມຂອງບັນດາເຈົ້າຫນ້າທີ່ດັ່ງກ່າວ ນັບແຕ່ວັນທີ 31 ມີນາ ຫາວັນທີ 2 ເມສາ ເຖິງນະຄອນ ໜານປີງ(Nanping),  ແລະ ຟູຢານ (Fujian).

          ໃນການເຈລະຈາກັບ ທ່ານ ລັດຖະມົນຕີການຕ່າງປະເທດ ຟີລີບປິນ Teodoro Locsin ເມື່ອວັນທີ 2 ເມສາ, ທ່ານ ຫວາງອີ ໃຫ້ຮູ້ວ່າ: ປັກກີ່ງ ສະຫນັບສະຫນູນບັນດາຝ່າຍ ຢູ່ ມຽນມາ ຊອກຫາມາດຕະການການເມືອງ ໃນຂອບເຂດລັດຖະທຳມະນູນ ແລະ ກົດໝາຍ, ປາດຖະຫນາຢາກ ອາຊຽນ ຮັກສາ ຫລັກການບໍ່ແຊກແຊງເຂົ້າວຽກງານພາຍໃນ ແຕ່ເຂົ້າຮ່ວມດ້ວຍວິທີສ້າງສັນເພື່ອຫລຸດຜ່ອນຄວາມເຄັ່ງຕຶງຢູ່ ມຽນມາ. ຈີນ ກໍ່ສະຫນັບສະຫນູນຂໍ້ສະເຫນີຈັດຕັ້ງກອງປະຊຸມພິເສດຂອງບັນດາການນຳ ອາຊຽນ ເພື່ອປຶກສາຫາລືບັນດາມາດຕະການໃຫ້ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ