ຈີນ ສ້າງຕັ້ງຄະນະກຳມະການຕິດຕາມກວດກາແຫ່ງຊາດໃໝ່

ຈີນ ສ້າງຕັ້ງຄະນະກຳມະການຕິດຕາມກວດກາແຫ່ງຊາດໃໝ່ - ảnh 1
(ພາບປະກອບ)

(vovworld) - ​ ວັນ​ທີ 08/01 ຄະ​ນະ​ກຳມະການ​ກວດກາກົດ​ລະບຽບ​ວິ​ໄນ​ສູນ​ກາງ​ພັກ​ກອມ​ມູນິດ ຈີນ (CCDI) ປະກາດ​ວ່າ ປະ​ເທດ​ນີ້ ຈະ​ສ້າງ​ຕັ້ງ​ຄະ​ນະ​ກຳມະການ​ຕິດ​ຕາມ​ກວດກາ​ ແຫ່ງ​ຊາດ​ໃໝ່ ​ແລະ ຊຸກຍູ້ມາດຕາ​ຂອງ​ກົດໝາຍ​ໜຶ່ງ​ກ່ຽວ​ກັບ​ວຽກ​ງານ​ຕິດຕາມ​ກວດກາ​ແຫ່ງ​ຊາດ. ນີ້​ແມ່ນສ່ວນ​ໜຶ່ງ​ໃນ​ຄວາມ​ມະ​ນາ​ພະຍາຍາມ ​ເພື່ອ​ແນ​ໃສ່​ປະຕິ​ຮູບ​ກົນ​ໄກ​ຕິດຕາມ​ກວດກາ​ຂອງ ຈີນ. ຈີນ ​​ເລີ່​ມຕົ້ນ​ການ​ປະຕິ​ຮູບທົດ​ລອງ​ກົນ​ໄກ​ການ​ຕິດຕາມ​ກວດກາ​ຢູ່​ນະຄອນ ບັກ​ກີ​ງ ພ້ອມ​ກັບ 2 ​ແຂວງ ຊານ​ຕູ​ງ ​ແລະ ​ເຈືອ​ຈຽງ. ຕາມ​ນັ້ນ​ແລ້ວ ວຽກ​ງານ​ທົດ​ລອງ​ຈະ​ດຳ​ເນີນການ​ສ້າງ​ຕັ້ງ​ບັນດາ​ຄະນະ​ກຳມະການ​ຕິດຕາມ​ກວດກາ​ຢູ່​​ທ້ອງ​ຖິ່ນ ​ໃນ 3 ຂັ້ນຄື​ຂັ້ນ: ​ແຂວງ, ນະຄອນ ​ແລະ ​ເມືອງ ​ເພື່ອ​ສ້າງ​ກົນ​ໄກ​ຕິດຕາມ​ກວດ​ກາ​ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ