ຈີນ ຫວັງໃຫ້ການພົວພັນກັບອາເມລິກາມີສະຖຽນລະພາບ, ໂປ່ງໃສ ແລະ ຍືນຍົງອາເມລິກາ

(VOVWORLD) - ທ່ານເອກອັກຄະລັດຖະທູດ ຕາເຟິງ ຢັ້ງຢືນວ່າ: ປັກກິ່ງ ປາດຖະໜາຢາກຮ່ວມມືກັບ ວໍຊິງຕັນ ເພື່ອໃຫ້ການພົວພັນລະຫວ່າງສອງປະເທດອາດຈະພັດທະນາຢ່າງມີສະຖຽນລະພາບ, ໂປ່ງໃສ ແລະ ຍືນຍົງ.

ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ອາເມລິກາ ຕາເຟິງ ຖືວ່າ: ຈີນ ແລະ ອາເມລິກາ ຄວນເພີ່ມທະວີການຮ່ວມມືເພື່ອປັບປຸງການພົວພັນສອງຝ່າຍ ນັບທັງຂະນະທີ່ສອງປະເທດຍັງມີສິ່ງຄົງຄ້າງໃນຫຼາຍບັນຫາ. ຕາມຖະແຫຼງການຂອງສະຖານທູດ ຈີນ ປະຈຳ ອາເມລິກາ ຍົກອອກມາ ໃນວັນທີ 21 ເມສາ, ກ່າວຄຳເຫັນທີ່ເວທີປາໄສຢູ່ມະຫາວິທະຍາໄລ Harvar, ທ່ານເອກອັກຄະລັດຖະທູດ ຕາເຟິງ ຢັ້ງຢືນວ່າ: ປັກກິ່ງ ປາດຖະໜາຢາກຮ່ວມມືກັບ ວໍຊິງຕັນ ເພື່ອໃຫ້ການພົວພັນລະຫວ່າງສອງປະເທດອາດຈະພັດທະນາຢ່າງມີສະຖຽນລະພາບ, ໂປ່ງໃສ ແລະ ຍືນຍົງ.

        ຖະແຫຼງການໄດ້ຍົກອອກມາກ່ອນການເດີນທາງໄປປະຕິບັດງານຢູ່ຈີນຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໃນລະຫວ່າງວັນທີ 24 – 26 ເມສາ. ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ຈະພົບປະກັບວົງການເຈົ້າໜ້າທີ່ຂັ້ນສູງຂອງ ຈີນ ຢູ່ ຊຽງໄຮ້ ແລະ ປັກກິ່ງ, ປຶກສາຫາລືກ່ຽວກັບບາງບັນຫາສອງຝ່າຍ, ພາກພື້ນ ແລະ ທົ່ວໂລກ, ລວມມີການປະທະກັນຢູ່ ຕາເວັນອອກກາງ ແລະ ຢູແກຼນ, ຄາດວ່າ, ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ກໍ່ຈະຢ້ຳຄືນຄວາມສຳຄັນຂອງເລື່ອງ ອາເມລິກາ ແລະ ຈີນ ຄຸ້ມຄອງການແກ່ງແຍ້ງຢ່າງມີຄວາມຮັບຜິດຊອບ, ນັບທັງໃນບັນດາຂົງເຂດເຊິ່ງສອງຝ່າຍຍັງມີຄວາມບໍ່ລົງລອຍກັນ.

ຕອບກັບ

ຂ່າວ/ບົດ​ອື່ນ