ຈີນ, ອາເມລິກາ ເຫັນດີຊຸກຍູ້ການພົວພັນ 2 ຝ່າຍ

ຈີນ, ອາເມລິກາ ເຫັນດີຊຸກຍູ້ການພົວພັນ 2 ຝ່າຍ - ảnh 1
(ພາບ​ປະ​ກອບ)



(vovworld) - ວັນ​ທີ 10/02, ທ່ານ​ປະ​ທານ​ປະ​ເທດຈີນ ສີ​ຈີ້ນ​ຜິງ ໄດ້​ມີ​ການ​ໂອ​້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Donald Trump, ໃນ​ນັ້ນ 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ ແລະ ພັດ​ທະ​ນາ​ການ​ພົວ​ພັນ 2 ຝ່າຍ​ມີ​ລັກ​ສະ​ນະ​ສ້າງ​ສັນ. ທ່ານ​ປະ​ທານ​ປະ​ເທດ ສີ​ຈີ້ນ​ຜິງ ໃຫ້​ຮູ້​ວ່າ, ຈີນ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ​ອາ​ເມ​ລິ​ກາ ໃນ​ບັນ​ດາ​ຂົງ​ເຂດ​ການ​ຄ້າ, ການ​ລົງ​ທຶນ, ວິ​ທະ​ຍາ​ສາດ, ພະ​ລັງານ, ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ສົມ​ທົບ​ກັນ​ໃນ​ບັນ​ດາ​ບັນ​ຫາ​ສາ​ກົນ, ພາກ​ພື້ນ​ ເພື່ອ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຢ​ູ່​ໃນ​ໂລ​ກ.
   ສ່ວນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Donald Trump ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ອາ​ເມ​ລິ​ກາ​ ຈະ​ມາ​ນະ​ພະ​ຍາ​ຍາມ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ​ຈີນ ກ​ໍ​ຄື​ໃນ​ຂົງ​ເຂດ​ອື່ນໆ. ທ່ານປະ​ທາ​ນາ​ທິ​ບໍ​ດີ Donald Trump ຢືນ​ຢັນ ເຄົາ​ລົບ​ນະ​ໂຍ​ບາຍ “ປະ​ເທດ​ຈີນ ໜຶ່ງ​ດຽວ” ແລະ ລັດ​ຖະ​ບານ​ອາ​ເມ​ລິ​ກາ ຈະ​ຢືດ​ໝັ້ນ​ກັບ​ຫຼັກ​ໝັ້ນ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ