ຈີນ - ອາເມລິກາ ເຫັນດີຊຸກຍູ້ການພົວພັນສອງຝ່າຍ

ຈີນ - ອາເມລິກາ ເຫັນດີຊຸກຍູ້ການພົວພັນສອງຝ່າຍ - ảnh 1
​ທ່ານ Michael Flynn, ທີ່​ປຶກສາ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ອາ​ເມ​ລິ​ກາ
(ພາບ: AFP)


(vovworld) - ຕອນ​ບ່າຍ​ວັນ​ທີ 4/2, ກະຊວງ​ການ​ຕ່າງປະ​ເທດ ຈີນ ​ໄດ້​ອອກ​ແຈ້ງ​ການ​ຊີ້​ແຈ້ງວ່າ, ທ່ານ ຢາງ​ເຈຍ​ສື, ກຳມະການ​ລັດຖະບານ​ປະ​ເທດ​ນີ້ ​ໄດ້​ມີ​ການ​​ໂອ້​ລົມ​ທາງໂທລະສັບກັບ​ທ່ານ Michael Flynn, ທີ່​ປຶກສາ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ອາ​ເມ​ລິ​ກາ, ​ໃນ​ນັ້ນ​ສະ​ແດງ​ຄວາມ​ຫວັງ​ວ່າ ຈະ​ສົມທົບ​ກັບ ວໍ​ຊິງ​ຕັນ ​ເພື່ອ​ຄຸ້ມ​ຄອງ ​ແລະ ກວດກາ​ບັນດາ​ການ​ຂັດ​ແຍ້​ງກັນ ກໍ່​ຄື​ບັນດາ​ບັນຫາ​ທີ່​ມີ​ຄວາມ​ສະດຸ້​ງ​ໄວ້. ການ​​ໂອ້​ລົມ​ທາງໂທລະສັບ ​ໄດ້​ດຳ​ເນີນ​ໃນ​ຕອນ​ຄຳ່​ວັນ​ທີ 3/2. ທ່ານ ຢາງ​ເຈຍ​ສື ​ເນັ້ນ​ໜັກ​ວ່າ ສອງ​ຝ່າຍ​ຄວນ​ແບ່ງປັນ​ບັນດາ​ຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫຼວງ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ຢ່າງ​ຫຼວງ​ຫຼາຍ. ນອກ​ນັ້ນ​ທ່ານ​ຍັງ​ຮຽກຮ້ອງ​ອຳນາດ​ການ​ປົກຄອງ ອາ​ເມ​ລິ​ກາ​ຮັກສາ​ການ​ຮ່ວມ​ມື​ກັບ ຈີນ ​ໃຫ້​ເໝາະ​ສົມ​ກັບ​ບັນດາ​ຜົນ​ປະ​ໂຫຍ​ດລວມຂອງ​ສອງ​ປະ​ເທດ. ສ່ວນ​ທ່ານ Michael Flynn ກໍ່​ຢືນຢັນ​ວ່າ, ອຳນາດ​ການ​ປົກຄອງ​ໃໝ່ ອາ​ເມ​ລິ​ກາ​ພ້ອມ​ແລ້ວ​ທີ່​ຈະ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ມີ​ຄວາມ​ສະດຸ​້ງ​ໄວ້​ຢ່າງ​ສົມ​ເຫດ​ສົມ​ຜົນ ​ແລະ ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ​ ອາ​ເມ​ລິ​ກາ Donald Trump ​ໃຫ້​ຄຳ​ໝັ້ນ​ສັນຍາ​ຍູ້​ແຮງ​ການ​ຮ່ວມ​ມື​ສອງ​ຝ່າຍ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ຊຸກຍູ້​ການ​ແລກປ່ຽນ​ຂັ້ນ​ສູງ​ກັບ​ຝ່າຍ ຈີນ, ກໍ່​ຄື​ສົ່ງ​ເສີມ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ຂ່າວ/ບົດ​ອື່ນ