ຈີນ, ອາ​ເມ​ລິ​ກາ ແກ້​ໄຂ​ຄວາມບໍ່​ລົງ​ລອຍ​ກັນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື

(VOVWORLD) - ບັນດານັກການທູດ ອາເມລິກາ ແລະ ຈີນ ພວມສືບຕໍ່ມີການພົບປະຄັ້ງຕ່າງໆ ໃນຄວາມມານະພະຍາຍາມ ຮັກສາການເປີດບັນດາຊ່ອງຕິດຕໍ່ພົວພັນລະຫວ່າງສອງປະເທດ.
ຈີນ, ອາ​ເມ​ລິ​ກາ ແກ້​ໄຂ​ຄວາມບໍ່​ລົງ​ລອຍ​ກັນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື - ảnh 1

(ພາບ: X @USAsiaPacific)

    ກະຊວງການຕ່າງປະເທດ ອາເມລິກາ ປະກາດວ່າ, ວັນທີ 30 ກັນຍາ, ທ່ານ Daniel Kritenbrink ຜູ້ຊ່ວຍວຽກທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ຮັບຜິດຊອບບັນດາບັນຫາ ອາຊີຕາວັນອອກ ແລະ ປາຊີຟິກ ໄດ້ພົບປະກັບທ່ານ ຊຸນເວີ້ຍຕົ່ງ ຮອງ ລັດຖະມົນຕີ ກະຊວງການຕ່າງປະເທດ ຈີນ. ສອງຝ່າຍມີການທາບທາມຄວາມເຫັນທີ່ມີລັກສະນະສ້າງສັນ ກ່ຽວກັບບັນດາບັນຫາພາກພື້ນ ໃນຄວາມມານະພະຍາຍາມ ຮັກສາການເປີດບັນດາຊ່ອງຕິດຕໍ່ພົວພັນ, ເນັ້ນໜັກຄວາມສຳຄັນຂອງການຮັກສາການເປີດບັນດາຊ່ອງຕິດຕໍ່ພົວພັນ ໃນບັນດາຂົງເຂດທີ່ຍັງມີຄວາມບໍ່ລົງລອຍກັນຫຼາຍຢ່າງ ແລະ ບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ.

ໃນໂອກາດນີ້, , ທ່ານ Daniel Kritenbrink ຜູ້ຊ່ວຍວຽກທ່ານລັດຖະມົນຕີກະຊວງການຕ່າງປະເທດ ຮັບຜິດຊອບບັນດາບັນຫາ ອາຊີຕາວັນອອກ ແລະ ປາຊີຟິກ  ແລະ ທ່ານ ຊຸນເວີ້ຍຕົ່ງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຈີນ ຍັງໄດ້ແລກປ່ຽນທັດສະນະກ່ຽວກັບນະໂຍບາຍຂອງສອງປະເທດ ແລະ ຝ່າຍ ອາເມລິກາ ໄດ້ເນັ້ນໜັກເຖິງຍຸດທະສາດ ມະຫາສະໝຸດອິນເດຍ-ປາຊີຟິກ ຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ