ຈີນ ຮຽກຮ້ອງແກ້ໄຂການປະທະກັນຢູ່ ຢູແກຼນ ໂດຍສັນຕິວິທີ

(VOVWORLD) - ໂລກພວມກ້າວເຂົ້າສູ່ໄລຍະໃໝ່ທີ່ເຕັມໄປດ້ວຍສິ່ງທ້າທາຍ, ຂາດສະຖຽນລະພາບ ແລະ ບັນດາການປ່ຽນແປງທີ່ບໍ່ເຄີຍມີມາກ່ອນໃນ 1 ສະຕະວັດທີ່ຜ່ານມາ, ແຕ່ນີ້ກໍ່ແມ່ນສັງກາດເຕັມໄປດ້ວຍຄວາມຫວັງ...
ຈີນ ຮຽກຮ້ອງແກ້ໄຂການປະທະກັນຢູ່ ຢູແກຼນ ໂດຍສັນຕິວິທີ - ảnh 1ທ່ານ ລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ກ່າວຄຳເຫັນທີ່ກອງປະຊຸມຂອງສະມັດຊາໃຫຍ່ ສປຊ ໃນວັນທີ 24 ກັນຍາ (ພາບ: AFP/TTXVN)

ວັນທີ 24 ກັນຍາ, ກ່າວຄຳເຫັນທີ່ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 77 ຂອງ ສປຊ ເຊິ່ງຈັດຂຶ້ນຢູ່ ນິວຢອກ ປະເທດ ອາເມລິກາ, ທ່ານ ລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໃຫ້ຮູ້ວ່າ: ໂລກພວມກ້າວເຂົ້າສູ່ໄລຍະໃໝ່ທີ່ເຕັມໄປດ້ວຍສິ່ງທ້າທາຍ, ຂາດສະຖຽນລະພາບ ແລະ ບັນດາການປ່ຽນແປງທີ່ບໍ່ເຄີຍມີມາກ່ອນໃນ 1 ສະຕະວັດທີ່ຜ່ານມາ, ແຕ່ນີ້ກໍ່ແມ່ນສັງກາດເຕັມໄປດ້ວຍຄວາມຫວັງ, ໃນນັ້ນ, ສັນຕິພາບ ແລະ ການພັດທະນາແມ່ນທ່າອ່ຽງຫຼັກ.

        ນັກການທູດຈີນ ຮຽກຮ້ອງໃຫ້ບັນດາປະເທດເຄົາລົບສັນຕິພາບ, ຄັດຄ້ານສົງຄາມ ແລະ ຄວາມຂາດສະຖຽນລະພາບ, ແກ້ໄຂຄວາມຄັດແຍ້ງກັນດ້ວຍວິທີການເຈລະຈາ ແລະ ທາບທາມສັນຕິພາບ; ເດີນຕາມເປົ້າໝາຍພັດທະນາ ແລະ ລົບລ້າງຄວາມອຶດຫິວທຸກຍາກ. ເມື່ອເຕື້ອງເຖິງສະພາບການຢູ່ ຢູແກຼນ, ທ່ານ ຫວາງອີ ໃຫ້ຮູ້ວ່າ: ຈີນ ສະໜັບສະໜູນທຸກໆຄວາມມານະພະຍາຍາມທີ່ມີລັກສະນະສ້າງສັນເພື່ອຊອກຫາມາດຕະການສັນຕິພາບໃຫ້ແກ່ວິກິດການນີ້. ທ່ານຊີ້ແຈ້ງມາດຕະຖານພື້ນຖານແມ່ນແກ້ໄຂບັນດາຄວາມວິຕົກວັງວົນດ້ານຄວາມໝັ້ນຄົງອັນຊອບທຳຂອງທຸກໆຝ່າຍ ແລະ ສ້າງໂຄງປະກອບຄວາມໝັ້ນຄົງດຸ່ນດ່ຽງ, ມີປະສິດທິຜົນ ແລະ ໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ