ຈີນ ເຊື່ອມຕໍ່ບັນດາຖ້ຽວບິນຂົນສົ່ງຜູ້ໂດຍສານເປັນປະຈຳກັບ 58 ປະເທດ

(VOVWORLD) -ໃນໄລຍະຈະມາເຖິງ, ຕະຫຼາດຂົນສົ່ງຜູ້ໂດຍສານພາຍໃນປະເທດຂອງ ຈີນ ຈະສືບຕໍ່ຮັກສາທ່າຟື້ນຟູ, ຈຳນວນຖ້ຽວບິນຄາດວ່າຈະເພີ່ມຂຶ້ນຄືນໃໝ່ ແລະ ລື່ນລະດັບກ່ອນເກີດໂລກລະບາດ.
ຈີນ ເຊື່ອມຕໍ່ບັນດາຖ້ຽວບິນຂົນສົ່ງຜູ້ໂດຍສານເປັນປະຈຳກັບ 58 ປະເທດ - ảnh 1ຕະຫຼາດການບິນພົນລະເຮືອນຂອງ ຈີນ ໄດ້ຟື້ນຟູຢ່າງໄວ
(ພາບ: Reuters)

        ວັນທີ 16 ກຸມພາ, ກົມການບິນພົນລະເຮືອນຂອງ ຈີນ ໃຫ້ຮູ້ວ່າ, ປະເທດນີ້ໄດ້ເຊື່ອມຕໍ່ບັນດາຖ້ຽວບິນຕາມແຜນການບິນກັບ 58 ປະເທດໃນໂລກຄືນໃໝ່, ໃນນັ້ນມີບັນດາປະເທດ ອາຊີ - ປາຊີຟິກ, ກວມເອົາກວ່າ 70% ຈຳນວນຖ້ຽວບິນໄດ້ເພີ່ມຂຶ້ນ.

        ກ່າວຄຳເຫັນທີ່ກອງປະຊຸມຂ່າວໃນວັນທີ 16 ກຸມພາຢູ່ ປັກກິງ, ທ່ານນາງ ຊາງເຂືອຈາ, ເຈົ້າໜ້າທີ່ກົມການບິນພົນລະເຮືອນ ຈີນ, ໃຫ້ຮູ້ວ່າ ພາຍຫຼັງການຫຼຸດຂັ້ນຄຸ້ມຄອງສຳລັບໂລກລະບາດໂຄວິດ-19 ແຕ່ວັນທີ 08 ມັງກອນ, ຕະຫຼາດການບິນພົນລະເຮືອນຂອງປະເທດນີ້ໄດ້ຟື້ນຟູຢ່າງໄວ ຍ້ອນກົງກັບໂອກາດບຸນປີໃໝ່ປະຈຳຊາດ. ໃນໄລຍະຈະມາເຖິງ, ຕະຫຼາດຂົນສົ່ງຜູ້ໂດຍສານພາຍໃນປະເທດຂອງ ຈີນ ຈະສືບຕໍ່ຮັກສາທ່າຟື້ນຟູ, ຈຳນວນຖ້ຽວບິນຄາດວ່າຈະເພີ່ມຂຶ້ນຄືນໃໝ່ ແລະ ລື່ນລະດັບກ່ອນເກີດໂລກລະບາດ.

        ກ່ອນໜ້ານັ້ນ, ຕາມແຫຼ່ງຂ່າວຈາກຜູ້ຕາງໜ້າບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines), ໃນເດືອນ ມີນາ ແລະ ເມສາ ປີ 2023, ມີ 9/10 ສາຍການບິນໄປ ຈີນ ຈະໄດ້ຮັບການຟື້ນຟູ ພາຍຫຼັງເກີດໂລກລະບາດໂຄວິດ-19 ເປັນເວລາ 3 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ