ຈີນ: ເວ​ທີ​ປາ​ໄສ ອາ​ຊີ​ປົດ​ຢາວ ຈະ​ດຳ​ເນີນ​ໃນ​ລະ​ດູ​ບານ​ໃໝ່, ສຸມ​ໃສ່​ເຂົ້າ​ໃນ​ເສດ​ຖະ​ກິດ​ພາກ​ພື້ນ

(VOVWORLD) -ເຖິງວ່າໂລກລະບາດໂຄວິດ - 19 ໄດ້ເກີດຂຶ້ນຄືນໃໝ່ຢູ່ຫຼາຍບ່ອນຢູ່ຈີນ ໃນໄລຍະມໍ່ໆມານີ້, ແຕ່ປະເທດນີ້ ຍັງຄົງສືບຕໍ່ຈະຈັດຕັ້ງກອງປະຊຸມປະຈຳປີ ເວທີປາໄສອາຊີ ປົວຢາວ (BFA) ຢູ່ນະຄອນແຄມທະເລ ປົວຢາວ, ແຂວງໄຮ່ໜານ ໃນລະດູບານໃໝ່ຈະມາເຖິງ.



ຈີນ: ເວ​ທີ​ປາ​ໄສ ອາ​ຊີ​ປົດ​ຢາວ ຈະ​ດຳ​ເນີນ​ໃນ​ລະ​ດູ​ບານ​ໃໝ່, ສຸມ​ໃສ່​ເຂົ້າ​ໃນ​ເສດ​ຖະ​ກິດ​ພາກ​ພື້ນ - ảnh 1ພາບປະກອບ: Caixinglobal

ວັນທີ 12 ມັງກອນ, ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ ລີບ໋າວຕຸງ ເລຂາທິການໃຫຍ່ ຄະນະເລຂາ BFA ໃຫ້ຮູ້ວ່າ ເຫດການປີນີ້ ຈະໄດ້ຈັດຕັ້ງດ້ວຍຮູບແບບທາງໄກ, ມີການເພີ່ມເຕີມຂອງການເຊື່ອມຕໍ່ແບບທາງໄກ. ບັນດາການນຳ ແລະ ເຈົ້າໜ້າທີ່ລັດຖະບານ ຂອງຫຼາຍປະເທດ ແລະ ພາກພື້ນ, ຫົວໜ້າໃນບັນດາອົງການຈັດຕັ້ງສາກົນ, ແຂກຖືກເຊີນຂຶ້ນກັບວົງການດຳເນີນທຸລະກິດ ແລະ ນັກຄົ້ນຄ້ວາ ກໍ່ຄື ວົງການສື່ມວນຊົນຈະສຸມໃສ່ ແລະ ປຶກສາຫາລື ກ່ຽວກັບການພັດທະນາຂອງ ອາຊີ ກໍ່ຄືໂລກ ພາຍຫຼັງໂລກລະບາດໂຄວິດ - 19. ທ່ານ ລີບ໋າວຕຸງ ເນັ້ນໜັກເຖິງ ຄວາມຈຳເປັນຕ້ອງຕັ້ງໜ້າກຳນົດທ່າອ່ຽງພັດທະນາພາຍຫຼັງໂລກລະບາດ ດ້ວຍການມຸ່ງໄປເຖິງອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ