ຈີນ ແລະ EU ສືບ​ຕໍ່​ເຈ​ລະ​ຈາ​ກ່ຽວ​ກັບ​ສົນ​ທິ​ສັນ​ຍາ​ການ​ລົງ​ທຶນ

(VOVWORLD) - ວັນທີ 10 ມິຖຸນາ, ບັນດາເຈົ້າໜ້າທີ່ດ້ານການຄ້າ ຈີນ ແລະ ສະຫະພາບ ເອີລົບ (EU) ໄດ້ເລີ່ມຕົ້ນການເຈລະຈາຮອບທີ 21 ກ່ຽວກັບສົນທິສັນຍາການລົງທຶນສອງສົ້ນ (BIT) ຢູ່ນະຄອນຫຼວງປັກກີ່ງ.
 ຈີນ ແລະ EU ສືບ​ຕໍ່​ເຈ​ລະ​ຈາ​ກ່ຽວ​ກັບ​ສົນ​ທິ​ສັນ​ຍາ​ການ​ລົງ​ທຶນ - ảnh 1ລົດໂອໂຕທີ່ຈະໄດ້ຮັບການສົ່ງອອກ ຂອງຈີນ (ພາບ: TTX/TTXVN) 

       ກະຊວງອຸດສາຫະກຳ ແລະ ການຄ້າ ຈີນ (MOC) ໃຫ້ຮູ້ວ່າ ສອງຝ່າຍຈະ ປຶກສາຫາລືກ່ຽວກັບເອກະສານ ແລະ ບັນຊີລາຍຊື່ທີ່ກ່ຽວຂ້ອງເຖິງສົນທິສັນຍາ, ກໍ່ຄືຄວາມມານະພະຍາຍາມບັນລຸໄດ້ບາດກ້າວພັດທະນາຕາມທິດຕັ້ງໜ້າ. ຕາມແຜນແລ້ວ, ຮອບເຈລະຈາດັ່ງກ່າວຈະແກ່ຍາວພາຍໃນ 5 ມື້, ນີ້ແມ່ນໜຶ່ງໃນບັນດາການເຈລະຈາທາງການຄ້າ, ເສດຖະກິດທີ່ສຳຄັນທີ່ສຸດຂອງຈີນ. ເຈລະຈາຮອບທີ່ໜຶ່ງ ໄດ້ເລີ່ມຕົ້ນແຕ່ປີ 2013 ແລະ ຄາດວ່າການນຳສອງຝ່າຍຈະລົງນາມໃນຂໍ້ຕົກລົງໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ