ຈີນ ແລະ ຍີ່ປຸ່ນ ທາບທາມຄວາມເຫັນຂັ້ນສູງກ່ຽວກັບບັນດາບັນຫາທະເລ

ຈີນ ແລະ ຍີ່ປຸ່ນ ທາບທາມຄວາມເຫັນຂັ້ນສູງກ່ຽວກັບບັນດາບັນຫາທະເລ - ảnh 1
ພາບປະກອບ

(vovworld) – ວັນ​ທີ 16/5, ຢູ່​ນະຄອນ ຂາງ​ເຈົາ ແຂວງ​ເຈືອ​​ຈຽງ ປະ​ເທດ​ຈີນ, ຈີນ ​ແລະ ຍີ່ປຸ່ນ ​ໄດ້​ດຳ​ເນີນ​ຮອບ​ທາ​ບທາມ​ຄວາມ​ເຫັນ​ຂັ້ນ​ສູງ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​ບັນດາບັນຫາ​ທະ​ເລ. ກະຊວງ​ການ​ຕ່າງປະ​ເທດ ຈີນ ​ໄດ້​ອອກ​ແຈ້ງ​ການ​​ໂດຍໃຫ້​ຮູ້​ວ່າ: ບັນ​ດາ​ເຈົ້າ​ໜ້າ​ທີ່​ການ​ຕ່າງປະ​ເທດ ​ແລະ ​ປ້ອງ​ກັນ​ປະ​ເທດ, ບັນດາ​ອົງການ​ຮັບຜິດຊອບ​ບັນດາ​ບັນຫາ​ທະ​ເລ​ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ 2 ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ຮອບ​ເຈລະຈາ​ທຳ​ອິດ​ທີ່​ແກ່ຍາວ​ເປັນ​ເວລາ ໜຶ່ງ​ວັນ​ນີ້. ຈີນ ​ແລະ ຍີ່ປຸ່ນ ​ໄດ​້​ເຫັນ​ດີ​ເປັນ​ເອກະສັນ​ນ​ຳ​ໃຊ້​ກົນ​ໄກ​ທາ​ບທາມ​ຄວາມ​ເຫັນ​ຂັ້ນ​ສູງ​ດັ່ງກ່າວ ຄື​ພື້ນຖານ​ໃຫ້​ແກ່​ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ບັນດາ​ບັນຫາ​ທະ​ເລ, ປັບປຸງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ຊຸກຍູ້​ການ​ຮ່ວມ​ມື​ແທດ​ຈິງ, ​ແກ້​ໄຂ​ບັນດາ​ການ​ປະ​ທະ​ກັນ ​ແລະ ບັນ​ດາ​ບັນຫາ​ທີ່​ກ່ຽວ​ຂ້ອງ​ຢ່າງ​ເໝາະ​ສົ​ມ. ຈີນ ​ແລະ ຍີ່​ປຸ່ນ ກໍ​ເຫັນ​ດີ​ເປັນ​ເອກະສັນ​ດຳ​ເນ​ີນຮອບ​ທາ​ບທາມ​ຄວາມ​ເຫັນ​ຂັ້ນ​ສູງ​ຄັ້ງ​ທີ 2 ກ່ຽວ​ກັບ​ບັນດາ​ບັນຫາ​ທະ​ເລ​ຢູ່ ຍີ່ປຸ່ນ​ໃນ​ທ້າຍ​ປີ​ນີ້.

ຂ່າວ/ບົດ​ອື່ນ