ຈີນ ແລະ ລັດເຊຍ ຈັດຕັ້ງການຊ້ອມຮົບຮ່ວມ “ ຮ່ວມສຳພັນທາງທະເລ -ປີ 2024”

(VOVWORLD) -ການຊ້ອມຮົບຮ່ວມດຳເນີນຕາມແຜນການປະຈຳປີ ແລະ ຄວາມເຫັນດີເຫັນພ້ອມລະຫວ່າງ ຈີນ ແລະ ລັດເຊຍ ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງກອງທັບສອງປະເທດ. 
ຈີນ ແລະ ລັດເຊຍ ຈັດຕັ້ງການຊ້ອມຮົບຮ່ວມ “ ຮ່ວມສຳພັນທາງທະເລ -ປີ 2024” - ảnh 1ການຊ້ອມຮົບຮ່ວມ ຈີນ - ລັດເຊຍ .ພາບ: ຂ່າວສານຊີນຮົວ
  ກອງທັບ ຈີນ ແລະ ລັດເຊຍ ຈັດຕັ້ງການຊ້ອມຮົບຮ່ວມທີ່ມີຊື່ວ່າ “ຮ່ວມສຳພັນທາງທະເລ - ປີ 2024” (Maritime Joint -2024) ຢູ່ເຂດທະເລ ແລະ ເຂດນ່ານຟ້າ ໃກ້ກັບແຂວງ ກວາງຕຸງ ຈີນ ໃນໄລຍະຕົ້ນ ຫາກາງເດືອນ ກໍລະກົດ. ກຳລັງເຂົ້າຮ່ວມການຊ້ອມຮົບຮ່ວມລະຫວ່າງ ສອງປະເທດ ໄດ້ເຕົ້າໂຮມຢ່າງຄົບຖ້ວນໃນວັນທີ 12 ກໍລະກົດ.

ການຊ້ອມຮົບຮ່ວມດຳເນີນຕາມແຜນການປະຈຳປີ ແລະ ຄວາມເຫັນດີເຫັນພ້ອມລະຫວ່າງ ຈີນ ແລະ ລັດເຊຍ ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງກອງທັບສອງປະເທດ. ຕາມຂ່າວສານ ຊີນຮົວ ແລ້ວ, ການຊ້ອມຮັບຮ່ວມນີ້ ມີຫົວຂໍ້ວ່າ “ພ້ອມກັນປະເຊີນຫນ້າກັບໄພນາບຂູ່ຄວາມໝັ້ນຄົງທາງທະເລ” ເພື່ອສະແດງຄວາມຕັດສິນໃຈ ແລະ ຄວາມສາມາດຂອງທັງສອງຝ່າຍໃນການຮັບມືກັບບັນດາໄພນາບຂູ່ຄວາມໝັ້ນຄົງການເດີນທະເລ, ປົກປັກຮັກສາສັນຕິພາບ, ສະຖຽນລະພາບສາກົນ ແລະ ພາກພື້ນ ພ້ອມທັງເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ລັດເຊຍ ເລິກເຊິ່ງຂຶ້ນຕື່ມໃນຍຸກສະໄຫມໃຫມ່.

ຕວນດາດ, ນັກຂ່າວ VOV ປະຈຳ ປັກກິ່ງ

ຕອບກັບ

ຂ່າວ/ບົດ​ອື່ນ