ຈີນ ແລະ ສ ເກົາຫຼີ ສ້າງຕັ້ງໂທລະສັບສາຍດ່ວນປ້ອງກັນຊາດ

ຈີນ ແລະ ສ ເກົາຫຼີ ສ້າງຕັ້ງໂທລະສັບສາຍດ່ວນປ້ອງກັນຊາດ - ảnh 1
ພາບປະກອບ

(vovworld) – ຕາມ​ສື່​ມວນ​ຊົນ ສ ​ເກົາຫຼີ ​ແລ້ວ, ກະຊວງ​ປ້ອງ​ກັນ​ປະ​ເທດ ສ ​ເກົາຫຼີ ​ໄດ​້ສ້າງ​ຕັ້ງ​ໂທລະສັບ​ສາຍ​ດ່ວນ ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ ຈີນ. ​ໂຄ​ສົກ​ກະຊວງ​ປ້ອງ​ກັນປະ​ເທດ ສ ​ເກົາຫຼີ ຫາ​ກໍ​ໃຫ້​ຮູ້​ວ່າ: ​ເລື່ອງ ສ ​ເກົາຫຼີ ​ແລະ ຈີນ ບັນລຸ​ໄດ້​ຂໍ້​ຕົກລົງ​ສ້າງ​ຕັ້ງ​ໂທລະສັບ​ສາຍ​ດ່ວນລະຫວ່າງ ການ​ນຳ​ກະຊວງ​ປ້ອງ​ກັນປະ​ເທດ 2 ປະ​ເທດ ​ແມ່ນ​ສ່ວນ​ໜຶ່ງ​ໃນ​ຄວາມ​ມານະ​ພະຍາຍາມ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານການ​ທະຫານ ​​ແນ​ໃສ່​ຊຸກຍູ້​ຄວາມມີ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ນີ້​ເປັນ​ຄັ້ງ​ທຳ​ອິດທີ່ ຈີນ ​ແລະ ສ ​ເກົາຫຼີ ສ້າງ​ຕັ້ງ​ຊ່ອງ​ແລກປ່ຽນ​ປ້ອງ​ກັນຊາ​ດຢູ່​ຂັ້ນ​ສູງ​ສຸດ. ກ່ອນ​ໜ້າ​ນັ້ນ, ປີ 2008, ຈີນ ​ແລະ ສ ​ເກົາຫຼີ ​ໄດ້​ສ້າງ​ຕັ້ງ​ໂທລະສັບ​ສາຍ​ດ່ວນ​ໂດຍ​ກົງ​ລະຫວ່າງ​ກຳລັງ​ກອງທັບເຮືອ ​ແລະ ກອງທັບອາກາດ ​ເພື່ອ​ແນ​ໃສ່​ສົມທົບ​ກັນ​ສະກັດ​ກັ້ນ​ບັນດາ​ການ​ປະ​ທະ​ກັນ​ບົນ​ທະ​ເລ ​ແລະ ​​ໃນເຂດ​ນ່ານຟ້າ​ຂອງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ