ຈີນ ແລະ ຫວຽດນາມ ຮ່ວມແຮງຮ່ວມໃຈມຸ່ງໄປເຖິງການຫັນເປັນທັນສະໄໝ

(VOVWORLD) - ການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ແມ່ນຂີດໝາຍປະຫວັດສາດໃນການພົວພັນ 2 ຝ່າຍ.
ຈີນ ແລະ  ຫວຽດນາມ ຮ່ວມແຮງຮ່ວມໃຈມຸ່ງໄປເຖິງການຫັນເປັນທັນສະໄໝ - ảnh 1ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ
(ພາບ: Baoquocte)

        ກ່ອນການຢ້ຽມຢາມທາງລັດຖະກິດ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ມີບົດຂຽນລົງພິມໃນໜັງສືພິມປະຊາຊົນ. ໃນບົດຂຽນ, ທ່ານປະທານປະເທດ ສີຈິ້ນຜິງ ເນັ້ນໜັກວ່າ: ພັກ ແລະ ລັດຖະບານ ຈີນ ຍາມໃດກໍ່ຖືການພົວພັນກັບ ຫວຽດນາມ ເປັນບູລິມະສິດໃນການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ຮ່ວມແຮງຮ່ວມໃຈກ້າວຂຶ້ນບົນເສັ້ນທາງສັງຄົມນິຍົມຢ່າງໝັ້ນຄົງ. ທ່ານເນັ້ນໜັກວ່າ, ຈີນ ຈະຮັກສາລັກສະນະຕໍ່ເນື່ອງ ແລະ ສະຖຽນລະພາບຂອງນະໂຍບາຍການຕ່າງປະເທດຖານບ້ານໃກ້ເຮືອນຄຽງ, ພ້ອມກັບຊຸກຍູ້ວິວັດການຫັນ ອາຊີ ເປັນທັນສະໄໝ.

        ເນື່ອງໃນໂອກາດນີ້, ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ຖືວ່າ: ການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ແມ່ນຂີດໝາຍປະຫວັດສາດໃນການພົວພັນ 2 ຝ່າຍ.

        “ພວກຂ້າພະເຈົ້າຫວັງວ່າ, ຜ່ານການຢ້ຽມຢາມຄັ້ງນີ້, 2 ຝ່າຍຈະສ້າງກາລະໂອກາດຫຼາຍກວ່າເພື່ອຊຸກຍູ້ການຮ່ວມມືຢ່າງແທດຈິງ, ບັນລຸປະສິດທິຜົນລະຫວ່າງ 2 ປະເທດ. ຄາດວ່າ, ບັນດາການນຳຂອງ 2 ປະເທດ ຈະແລກປ່ຽນກ່ຽວກັບທິດທາງ, ຈຸດສຸມໃຫຍ່ ກໍຄືບັນດາມາດຕະການລະອຽດ ເພື່ອເພີ່ມທະວີການຮ່ວມມືຢ່າງແທດຈິງ, ບັນລຸປະສິດທິຜົນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ; ພ້ອມກັບເອກະສານເປັນຈຳນວນຫຼາຍທີ່ໄດ້ຮັບການລົງນາມນັ້ນ ຈະສ້າງພື້ນຖານສຳຄັນເພື່ອໃຫ້ບັນດາອົງການ, ທ້ອງຖິ່ນ, ປະຊາຊົນ ແລະ ວິສາຫະກິດ ຜັນຂະຫຍາຍການຮ່ວມມືໃຫ້ບັນລຸປະສິດທິຜົນກວ່າໃນທຸກຂົງເຂດ”.

ຕອບກັບ

ຂ່າວ/ບົດ​ອື່ນ