ຈີນ ແລະ ອິນເດຍ ເຫັນດີຮັກສາການເຈລະຈາຜ່ານຊ່ອງທາງການທະຫານ ແລະ ການທູດ

(VOVWORLD) -2 ຝ່າຍໄດ້ແລກປ່ຽນທັດສະນະ “ຢ່າງກົງໄປກົງມາ ແລະ ເລິກເຊິ່ງ” ເພື່ອແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງເສັ້ນທາງຄວບຄຸມພື້ນທີ່ຕົວຈິງ (LAC) ຢູ່ເຂດຊາຍແດນ Ladakh.
ຈີນ ແລະ ອິນເດຍ ເຫັນດີຮັກສາການເຈລະຈາຜ່ານຊ່ອງທາງການທະຫານ ແລະ ການທູດ - ảnh 12 ຝ່າຍໄດ້ແລກປ່ຽນທັດສະນະເພື່ອແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງເສັ້ນທາງຄວບຄຸມພື້ນທີ່ຕົວຈິງ
(ພາບປະກອບ: AFP/TTXVN)

ວັນທີ 13 ມັງກອນ, ອິນເດຍ ແລະ ຈີນ ໄດ້ອອກຖະແຫຼງການຮ່ວມໂດຍໃຫ້ຮູ້ວ່າ ໄດ້ເຫັນດີດຳເນີນຮອບເຈລະຈາຊາຍແດນຄັ້ງຕໍ່ໄປໃນເວລາໄວທີ່ສຸດ. ຖະແຫຼງການຮ່ວມກໍ່ໃຫ້ຮູ້ວ່າ, ຜູ້ຕາງໜ້າບັນດາອົງການປ້ອງກັນປະເທດ ແລະ ການທູດຂອງ 2 ປະເທດໄດ້ເຂົ້າຮ່ວມການເຈລະຈາ.

        2 ຝ່າຍໄດ້ແລກປ່ຽນທັດສະນະ “ຢ່າງກົງໄປກົງມາ ແລະ ເລິກເຊິ່ງ” ເພື່ອແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງເສັ້ນທາງຄວບຄຸມພື້ນທີ່ຕົວຈິງ (LAC) ຢູ່ເຂດຊາຍແດນ Ladakh. 2 ປະເທດໄດ້ເຫັນດີວ່າ ທັງ 2 ຝ່າຍຕ້ອງເຄົາລົບ “ການຊີ້ນຳຂອງການນຳ 2 ປະເທດ” ແລະ ສົມທົບກັນແກ້ໄຂບັນຫາທີ່ຍັງເຫຼືອໂດຍໄວ. ພ້ອມກັນນັ້ນ, 2 ຝ່າຍຍັງເຫັນດີຮັກສາການຕິດຕໍ່ຢ່າງແໜ້ນແຟ້ນ ແລະ ຮັກສາການເຈລະຈາຜ່ານຊ່ອງທາງການທະຫານ ແລະ ການທູດ, ຊອກຫາມາດຕະການເພື່ອໃຫ້ 2 ຝ່າຍຍອມຮັບບັນຫາທີ່ຍັງເຫຼືອໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ