ຈີນ ແລະ ອາຊຽນ ສ້າງເສັ້ນທາງອັນຖືກຕ້ອງໃຫ້ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບຍາວນານ

(VOVWORLD) - ໃນ 20 ປີຜ່ານມາ, ຈີນ ແລະ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຍົກສູງຈິດໃຈຂອງສົນທິສັນຍາ, ເປີດກ້ວາງການຮ່ວມມືຕ່າງຝ່າຍຕ່າງມີຄວາມສາມາດ.
ຈີນ ແລະ ອາຊຽນ ສ້າງເສັ້ນທາງອັນຖືກຕ້ອງໃຫ້ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບຍາວນານ - ảnh 1ທ່ານນາງ ໝາວໜິງ, ໂຄສົກກະຊວງການຕ່າງປະເທດ ຈີນ
(ພາບ: ກະຊວງການຕ່າງປະເທດ ຈີນ)

ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນ ຈີນ ເຂົ້າຮ່ວມ “ສົນທິສັນຍາເປັນມິດ ແລະ ການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້ (TAC) (2003 – 2023)”, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນໃນວັນທີ 17 ກໍລະກົດ, ຢູ່ ປັກກິ່ງ, ທ່ານນາງ ໝາວໜິງ, ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ: ໃນ 20 ປີຜ່ານມາ, ຈີນ ແລະ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຍົກສູງຈິດໃຈຂອງສົນທິສັນຍາ, ເປີດກ້ວາງການຮ່ວມມືຕ່າງຝ່າຍຕາງມີຄວາມສາມາດ. ສອງຝ່າຍພ້ອມກັນກ້າວເດີນບົນເສັ້ນທາງຖືກຕ້ອງ ຂອງການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບຍາວນານ, ພ້ອມກັນພັດທະນາຢ່າງວັດທານາຖາວອນ. ສິ່ງດັ່ງກ່າວໄດ້ດຶງດູດບັນດາປະເທດອື່ນ ຮ່ວມມືກັບ ອາຊຽນ. ທີ່ຕັ້ງບົດບາດ ແລະ ຜົນສະທ້ອນຂອງ ອາຊຽນ ສືບຕໍ່ໄດ້ເພີ່ມທະວີ, ອາຊີຕາເວັນອອກສ່ຽງໃຕ້ກໍ່ກາຍເປັນພາກພື້ນມີລະດັບການພັດທະນາເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງຢ່າງວ່ອງໄວທີ່ສຸດຢູ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ