ຈີນ ແລະ ອາເມລິກາ ດຳເນີນການພົບປະບໍ່ເປັນທາງການຢູ່ນອກກອງປະຊຸມຄວາມໝັ້ນຄົງ Munich

(VOVWORLD) -ທ່ານ ຫວາງອີ ກໍ່ກະຕຸກຊຸກຍູ້ຝ່າຍ ອາເມລິກາ ຕ້ອງປ່ຽນແປງທິດທາງ, ຍອມຮັບ ແລະ ແກ້ໄຂຄວາມເສຍຫາຍກ່ຽວກັບເລື່ອງນຳໃຊ້ກຳລັງແຮງເກີນໄປໃນການພົວພັນ ຈີນ - ອາເມລິກາ.

ວັນທີ 18 ກຸມພາ, ສຳນັກຂ່າວສານ ຊີນຮົວ ໃຫ້ຂ່າວວ່າ, ທ່ານຫົວໜ້າຫ້ອງວ່າການຄະນະກຳມະການປະຕິບັດງານການຕ່າງປະເທດສູນກາງພັກກອມມູນິດ ຈີນ ຫວາງອີ ໄດ້ດຳເນີນການພົບປະບໍ່ເປັນທາງການ ກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຢູ່ນອກກອງປະຊຸມຄວາມໝັ້ນຄົງ Munich ຄັ້ງທີ 59 ພວມດຳເນີນຢູ່ ເຢຍລະມັນ ຕາມຄຳຮຽກຮ້ອງຂອງຝ່າຍ ອາເມລິກາ. ແຫຼ່ງຂ່າວໃຫ້ຮູ້ວ່າ, ທີ່ການພົບປະ, ທ່ານ ຫວາງອີ ໄດ້ຢືນຢັນແຈ້ງຫຼັກໝັ້ນເປັນທາງການຂອງ ຈີນ ກ່ຽວກັບເຫດບາລູນ. ຄຽງຂ້າງນັ້ນ, ທ່ານ ຫວາງອີ ກໍ່ກະຕຸກຊຸກຍູ້ຝ່າຍ ອາເມລິກາ ຕ້ອງປ່ຽນແປງທິດທາງ, ຍອມຮັບ ແລະ ແກ້ໄຂຄວາມເສຍຫາຍກ່ຽວກັບເລື່ອງນຳໃຊ້ກຳລັງແຮງເກີນໄປໃນການພົວພັນ ຈີນ - ອາເມລິກາ. ໃນວັນດຽວກັນ, ໂຄສົກກະຊວງການຕ່າງປະເທດ ອາເມລິກາ Ned Price ໄດ້ຢັ້ງຢືນການພົບປະດັ່ງກ່າວ. ຕາມບັນດາແຫຼ່ງຂ່າວທາງການທູດ ອາເມລິກາ, ທີ່ການພົບປະຄັ້ງນີ້, ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ສະແດງຄວາມ “ກົງໄປກົງມາ”.

ແລະ ກໍ່ໃນວັນທີ 18 ກຸມພາ, ຢູ່ກອງປະຊຸມຄວາມໝັ້ນຄົງ Munich ຄັ້ງທີ 59, ທ່ານ ຫວາງອີ ໄດ້ຮຽກຮ້ອງໃຫ້ມີສັນຕິພາບ ແລະ ດຳເນີນການເຈລະຈາ ແນໃສ່ຊອກຫາມາດຕະການແກ້ໄຂເພື່ອຢຸດຕິການປະທະກັນໃນປະຈຸບັນຢູ ຢູແກຼນ. ທ່ານຮຽກຮ້ອງໃຫ້ບັນດາຝ່າຍ, ໂດຍສະເພາະແມ່ນບັນດາປະເທດ ເອີລົບ ເລີ່ມມີຄວາມຄິດດ້ວຍດ້ວຍຄວາມທຸ່ນທ່ຽງ ກ່ຽວກັບບັນດາຄວາມມານະພະຍາຍາມທີ່ເປັນໄປໄດ້ ເພື່ອຢຸດຕິການປະທະກັນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ