ຈີນ ແລະ ອາເມລິກາ ດຳເນີນຮອບເຈລະຈາແລກປ່ຽນຍຸດທະສາດໃໝ່ຢູ່ ປັກກິງ

(VOVWORLD) - ທ່ານລັດຖະມົນຕີ ຫວາງອີ ຫວັງວ່າ, ຮອບເຈລະຈາຍຸດທະສາດຄັ້ງນີ້ຈະມີລັກສະນະຍຸດທະສາດ ແລະ ແທດຈິງຄືຄັ້ງກ່ອນໆ
ຈີນ ແລະ ອາເມລິກາ ດຳເນີນຮອບເຈລະຈາແລກປ່ຽນຍຸດທະສາດໃໝ່ຢູ່ ປັກກິງ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລະ ທ່ານ Jake Sullivan, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ
(ພາບ: Reuters)

        ວັນທີ 27 ສິງຫາ, ຢູ່ ປັກກິງ, ປະເທດ ຈີນ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລະ ທ່ານ Jake Sullivan, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໄດ້ດຳເນີນຮອບເຈລະຈາແລກປ່ຽນຍຸດທະສາດໃໝ່ລະຫວ່າງ 2 ປະເທດ.

        ທ່ານລັດຖະມົນຕີ ຫວາງອີ ຫວັງວ່າ, ຮອບເຈລະຈາຍຸດທະສາດຄັ້ງນີ້ຈະມີລັກສະນະຍຸດທະສາດ ແລະ ແທດຈິງຄືຄັ້ງກ່ອນໆ; ພ້ອມທັງມີລັກສະນະສ້າງສັນກວ່າ ເພື່ອຊຸກຍູ້ການພົວພັນ ຈີນ - ອາເມລິກາ ມຸ່ງໄປເຖິງ “ວິໄສທັດ San Francisco” ເພື່ອຜ່ານຜ່າສິ່ງກີດຂວາງ ແລະ ສິ່ງທ້າທາຍ, ບັນລຸໄດ້ການພັດທະນາຢ່າງມີສະຖຽນລະພາບ, ປອດໃສ ແລະ ຍືນຍົງຢ່າງແທດຈິງ.

        ສ່ວນທ່ານ Jake Sullivan ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຄຳໝັ້ນສັນຍາຄຸ້ມຄອງຢ່າງມີຄວາມຮັບຜິດຊອບການພົວພັນ ອາເມລິກາ - ຈີນ, ເພື່ອຫຼີກລ້ຽງກໍລະນີການແກ່ງແຍ້ງກາຍເປັນການປະທະກັນ ແລະ ການຮ່ວມມືໃນບັນດາຂົງເຂດທີ່ມີຜົນປະໂຫຍດລວມ.

ຕອບກັບ

ຂ່າວ/ບົດ​ອື່ນ